ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປະກາດບ້ານຜາເຜີ້ງເປັນບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ.

ໃນວັນທີ 11 ມີນາ 2020ນີ້ ຢູ່ທີ່ ສະໂມສອນ ກອງຮ້ອຍ ຄ 12 ກຸ່ມສັນຫຼວງ ເມືອງຄູນ ແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາບ້ານ ຜາເຜີ້ງ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ຢົງວາຊົງ ດາເຊັງ ເລຂາພັກບ້ານຜາເຜີ້ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດວງໄຊ ທໍ່ຢ່າບຼົ່ງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳສີ ພິລາວົງ ຮອງລຂາພັກເມືອງຄູນ, ຄະນະພັກກຸ່ມ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງຂອງເມືອງ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຈົ້າເຫຼົ່າ, ເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.


ໃນພິທີທ່ານ ທ່ານ ດ່າວ່າງ ຊໍ່ຊົ່ງ ເລຂາພັກກຸ່ມຂຶ້ນກ່າວເປີດພີຢ່າງເປັນທາງການ. ຈາກນັ້ນ, ທ່ານ ຢົງວາຊົງ ດາເຊັງ ຕາງໜ້າຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຂຶ້ນຜ່ານບົດສະຫຼູບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານ ແລະ ທິດທາງແຜນການໃນຕໍ່ໜ້າ. ທ່ານໄດ້ຍົກໃຫ້ເຫັນເຖີງການຈັດຕັ້ງປະຕິບັດ ພາຍຫຼັງທີ່ໄດ້ຮັບຄຳແນະສະບັບ ເລກທີ່033/ຄປຈ, ສນຊ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງສູນກາງແນວລາວສ້າງຊາດ ຄະນະພັກ-ອຳນາດການປົກຄອງບ້ານ, ໄດ້ນຳມາເຜີຍແຜ່ຈັດຕັ້ງປະຕິບັດ, ເອົາໃຈໃສ່ສຶກສາອົບຮົມ, ໃຫ້ພໍ່ແມ່ປະຊາຊົນມີຄວາມຮັກແພງ, ຊ່ວຍເຫຼືອເຊີ່ງກັນ ແລະກັນ, ຮັກສາມູນເຊື້ອອັນດີງາມຂອງເຜົ່າ ພ້ອມກັນຈັດຕັ້ງປະຕິບັດໜ້າວຽກງານທີ່ຖືກມອບໝາຍໃຫ້ ໄດ້ຮັບຜົນສຳເລັດຜົນເປັນກ້າວໆ ໂດຍສະເພາະແມ່ນວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນຂະບວນການຝົດຝື້ນ. ບ້ານ ຜາເຜີ້ງ ລວມມີ 105 ຄອບຄົວ. ຜ່ານການປະເມີນຕາມມາດຖານການສ້າງຄອບຄົວ ແລະບ້ານສາມັກຄີປອງດອງທີ່ສູນກາງແນວລາວສ້າງຊາດວາງອອກໄດ້ 84 ຄອບຄົວ ເທົ່າກັບ 90%. ຂອງຈໍານວນຄອບຄົວ ພາຍໃນບ້ານ ຈາກນັ້ນ, ໄດ້ຜ່ານຂໍຕົກລົງວ່າທ່ານເຈົ້າເມືອງ ແລະ ເຈົ້າແຂວງ ວ່າດ້ວຍການຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ, ໃນພິທີໄດ້ມອບຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ແກ່ອຳນາດການປົກຄອງບ້ານ ແລະຄອບຄົວຜ່ານການຮັບຮອງ. ໂດຍການເປັນກຽດຂຶ້ນມອບໂດຍທ່ານ ທ່ານ ຄຳສີ ພິລາວົງ ແລະ ທ່ານ ດວງໄຊ ທໍ່ຢ່າບຼົ່ງ .
ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮອງປະທານແນວລາວສ້າງຊາດແຂວງ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດຂອງເມືອງເວົ້້າລວມເວົ້າສະເພາະກໍ່ແມ່ນຂອງບ້ານຜາເຜີ້ງ ທີ່ຍາດມາໄດ້ ແລະປະກາດເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃນຄັ້ງນີ້, ຄຽງຄູ່ກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຊຸກຍູ້ຄອບຄົວ-ບ້ານທີ່ຍັງບໍທັນໄດ້ຮັບຮອງນາມມະຍົດນີ້ ໃຫ້ເຂົາເຈົ້າມີທ່າຂະຫຍາຍຕົວ ແລະຖືກຮັບຮອງປະກາດໃນຕໍ່ໜ້າ, ຈົ່ງພ້ອມກັນຮັກສານາມະຍົດນີ້ໃຫ້ຢືນຍົງຕະຫຼອດໄປ, ສືບຕໍ່ເສີມສ້າງຄວາມສາມັກຄີບັນດາເຜົ່າໃນທົ່ວປວງຊົນ, ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີຄວາມເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ,ເພດ-ໄວ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານ ເຊີ່ງມັນເປັນປັດໃຈໃນການເສີມສ້າງສະຖຽນລະພາບ ແລະ ແກ້ໄຂຄວາມທຸກຍາກ ເພື່ອຄວາມມັ່ງຄັ່ງເຂັ້ມແຂງຂອງຊາດລາວເຮົາໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ພ້ອມດຽວກັນນີ້ກໍໄດ້ປະກາດ 5 ບ້ານກຸ່ມສັນຫລວງເປັນບ້ານສາທາລະນະສຸກແບບຢ່າງຕື່ມອີກ.
• ພາບ-ຂ່າວ: ເບ່ຕ່າ ໄຊປັນຍາ( ແນວລາວສ້າງຊາດແຂວງຊຊຽງຂວາງ).

info@lfnd.org.la | 021 213754 | (856-21) 453191