ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປະກາດເມືອງ ປາກຊັນ ເປັນເມືອງປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ພິທີປະກາດເມືອງ ປາກຊັນ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມມີ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີທ່ານ  ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງໆບໍລິຄໍາໄຊ, ທ່ານ ໄມຈອມ ວັນນະຈອມຄໍາ  ເຈົ້າເມືອງໆປາກຊັນ ແລະ ແຂກຖືກເຊີນຈາກສູນກາງ, ແຂວງ, ບັນດາເມືອງອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາຊົນເຜົ່າພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ ທີ່ແຂວງ ບໍລິຄໍາໄຊ ໃນວັນທີ 21 ສິງຫາ 2020

ເມືອງປາກຊັນ ເປັນເມືອງໜຶ່ງໃນ 7 ເມືອງ ຂອງແຂວງບໍລິຄໍາໄຊ, ເຊິ່ງເປັນເມືອງອັນດັບທີ 5 ໃນທົ່ວປະເທດ ແລະ ເປັນເມືອງທີ 2 ຂອງແຂວງບໍລິຄໍາໄຊ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ທົ່ວເມືອງປະກອບມີ 54 ບ້ານ, ມີພົນລະເມືອງທັງໝົດ 50.359 ຄົນ, ປະກອບມີ 12 ຊົນເຜົ່າ; ປະຊາຊົນຊາວເມືອງປາກຊັນ ມີມູນ ເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມດຸໝັ່ນຂະຫຍັນພຽນໃນການທຳມາຫາກິນລ້ຽງຊີບ, ມີຄວາມສາມັກຄີປອງດອງ ແລະ ມີຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກຂອງຕົນມາແຕ່ດົນນານ; ການຈັດຕັ້ງປະຕິບັດ ຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ເມືອງ ປາກຊັນ ໄດ້ເລີ່ມມາແຕ່ປີ 2017 ໂດຍການຈັດຕັ້ງປະຕິບັດ ໂຄງການພັດທະ ນາກ້ອນກຳລັງມະຫາສາມັກຄີທົ່ວປວງຊົນ ເຊິ່ງໄດ້ມີວິທີຈັດຕັ້ງປະຕິບັດ ປະກອບມີ 5 ບາດກ້າວ ແລະ ໄດ້ປະກາດຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ 3 ຄັ້ງຄື: ຄັ້ງທີ 1 ມີ 5 ບ້ານ 863 ຄອບຄົວ, ຄັ້ງທີ 2 ມີ 26 ບ້ານ 3,234 ຄອບຄົວ; ຄັ້ງທີ 3 ມີ 23 ບ້ານ 4,855 ຄອບຄົວ ແລະ ຄັ້ງທີ 23 ມີ 9 ບ້ານ 4,855 ຄອບຄົວ, ທົ່ວເມືອງມີ 54 ບ້ານຖືກຮັບຮອງເປັນບ້ານສາມັກຄີປອງດອງຈໍານວນ 54 ບ້ານ ເທົ່າກັບ 100%, ແນວລາວສ້າງຊາດ ເມືອງ ປາກຊັນ ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີເຂັ້ມແຂງ ໂດຍຖືເອົາການຜະ ລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆມາ ປະຈຸບັນມີຄອບຄົວພົ້ນທຸກ 99,35%, ຄອບຄົວວັດທະນະທໍາ 9,162 ຄອບຄົວ. ໂດຍປະຕິບັດຕາມມາດຕະຖານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມຄຳແນະນຳ ຂອງສູນກາງແນວລາວສ້າງຊາດ. ສຳລັບປີ 2017-2020 ນີ້ ຜ່ານການປະເມີນຄອບຄົວສາມັກຄີປອງດອງຕາມ 4 ມາດຖານ ໃນຈຳນວນຄອບຄົວທັງໝົດ 9,771 ຄອບຄົວ; ມີ 8,952 ຄອບຄົວ ກວມ 91,61%%ທີ່ສາມາດປະຕິບັດໄດ້ຕາມມາດຖານ ແລະ ໄດ້ມອບໃບຢັ້ງຢືນເປັນບ້ານສາມັກຄີປອງດອງສຳເລັດ. ໂດຍອີງໃສ່ມາດ ຖານຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ໄດ້ກຳນົດໄວ້, ບັນດາຜົນງານທີ່ຍາດມາໄດ້ຫຼາຍປີຕິດຕໍ່ກັນ.

ດັ່ງນັ້ນ, ສູນກາງແນວລາວສ້າງຊາດ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຢັ້ງຢືນເມືອງປາກຊັນ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທີ່ສອງຂອງແຂວງບໍລິຄໍາໄຊ ເປັນກຽດກ່າວມອບໂດຍທ່ານ ເຢ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານເຈົ້າເມືອງໆປາກຊັນ.

ໃນພິທີດັ່ງກ່າວ, ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ເປັນກຽດໂອ້ລົມ ເຊິ່ງເນື້ອໃນບາງຕອນ ທ່ານໄດ້ເນັ້ນວ່າ: ຄະ ນະ​ຮັບຜິດຊອບກໍ​ຄື ຄະນະ​ກຳມະການ​ແນວ​ລາວ​ສ້າ​ງຊາດເມືອງ-ບ້ານ ຈະ​ຕ້ອງ​ເອົາ​ໃຈ​ໃສ່​ຮັກສາ​ນາມມະຍົດ​ທີ່​ໄດ້​ປະກາດ​ຮັບ ຮອງ​ໃນມື້ນີ້ ​ແລະ ນາມມະຍົດ​ຕ່າງໆ ​ໃຫ້ຍືນຍົງ; ພ້ອມກັນນັ້ນ, ກໍໃຫ້ພະຍາຍາມສືບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍໃຫ້ສໍາເລັດ 100%% ​ເພື່ອ​ໃຫ້ຄອບຄົວ​ ແລະ ບ້ານເຫຼົ່າ​ນັ້ນ​ກາຍ​ເປັນ​ຄອບຄົວ​ ແລະ ບ້ານສາມັກຄີ​ປອງ​ດອງເພື່ອ​ໃຫ້​ເປັນ​ແບບ​ຢ່າງ​ໃຫ້ແກ່​ບັນດາ​ເມືອງ​ພາຍ​ໃນ​ແຂວງ; ພ້ອມນີ້, ໃຫ້ແນວ​ລາວ​ສ້າງ​ຊາດ​ເມືອງ-ບ້ານສົມທົບ​ກັບ​ບັນດາ​ຜູ້​ຊົງ​ຄຸ​ນວຸດ​ທິ ເພື່ອສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມ​ປະຊາຊົນ​ບັນດາ​ເຜົ່າ​ເຂົ້າ​ຮ່ວມ​ການ​ສ້າງສາ ​ແລະ ພັດທະນາ​ເມືອງ ​ໂດຍ​ສະ​ເພາະ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໂດຍ​ໃຫ້​ລົງ​ເລິກ​ຊ່ວຍ​ເຫຼືອ​ດ້ານ​ບົດຮຽນ​​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ທີ່​ພົ້ນ​ທຸກ​ແລ້ວ​ ເປັນ​ຕົ້ນ: ການຜະລິດກະສິກໍາເປັນສິນຄ້າ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ,​ ສ້າງ​ອາຊີບ​ຄົງ​ທີ່​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ບໍ່​ໃຫ້​ຫຼຸດ​ໂຕນ​ກັນ​ຫຼາຍ​ ແລະ ພ້ອມ ກັນ​ຮັ່ງມີ​ຂຶ້ນ; ເຂົ້າຮ່ວມຢ່າງຕັ້ງໜ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືແຂວງໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດນີ້ ສູນກາງແນວລາວສ້າງຊາດໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ ແຂວງ ບໍລິຄໍາໄຊ ເພື່ອນໍາໄປຊ່ວຍເຫຼືອປະຊາ ຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຕື່ມອີກ.

info@lfnd.org.la | 021 213754 | (856-21) 453191