ໃນວັນທີ 26 ກໍລະກົດ 2022 ນີ້, ການນໍາພັກ-ລັດ ສສ ຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດ, ຫຼຽນໄຊແຮງງານຊັ້ນ ແລະຫລຽນກາລະນຶກ ໃຫ້ແກ່ ການນໍາແລະພະນັກງານ ສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ2022.
ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຝ່າຍຫຽດນາມ ທ່ານ ໂດ ວັນ ຈຽນ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍພະນັກງານສອງຝ່າຍເຂົ້າຮ່ວມທີ່ສູນກາງແນວລາວສ້າງຊາດ.
ພັກ-ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດ ຊັ້ນ III ໃຫ້ການນໍາ ສນຊ 2 ທ່ານ; ຫຼຽນໄຊແຮງງານຊັ້ນ III 8 ທ່ານ ແລະ ຫຼຽນກາລະນຶກປີສາມັກຄີ 28 ທ່ານ.






