ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ

ສະຫະພັນກໍາມະບານ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາ ຫວນຄືນ ມູນເຊື້ອ ວັນສ້າງຕັ້ງ ສະຫະພັນກໍາມະບານລາວ ຄົບຮອບ 65 ປິ (1/2/1956-1/2/2021) ທີ່ຫ້ອງປະຊຸມຊັ້ນ II ຂອງ ສນຊ ໂດຍເປັນກຽດປະຖະກະຖາຂອງສະຫາຍ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ມີບັນດາສະຫາຍຄະນະບໍລິຫານງານກຳມະບານ ສນຊ ແລະ ບັນດາສະຫາຍສະມາຊິກກຳມະບານເຂົ້າຮ່ວມທັງໝົດ 91 ສະຫາຍ ຍິງ 47 ສະຫາຍ ໃນຕອນບ່າຍ ຂອງວັນທີ 2 ກຸມພາ 2021 ນີ້.

ສະຫາຍ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ໄດ້ຍົກ 3 ເນື້ອໃນຂອງການປະຖະກະຖາ ຄັ້ງນີ້ເປັນຕົ້ນ: ຄວາມເປັນມາຫລືການກຳເນີດຂອງກຳມະບານລາວ; ການປະຕິບັດພາລະບົດບາດກຳມະບານໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການປົກປ້ອງສິດຜົນປະໂຫຍກອັນຊອບທໍາຂອງກຳມະບານ ພາຍໃນ ສນຊ. ການປາຖະກະຖາກໍເພື່ອຫວນຄືນມູນເຊື້ອການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງອົງການກໍາມະບານລາວ ກ່ອນປົດປ່ອຍ ແລະ ຫລັງປົດປ່ອຍ, ເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນ ກຳມະບານລາວ ແລະ ມູນເຊື້ອ ອັນດີງາມ 65 ປີ ຂອງອົງການ ກຳມະບານລາວ, ເພື່ອແນໃສ່ໃຫ້ສະມາຊິກພັກ, ພະນັກງານ ແລະ ສະມາຊິກ ກຳມະບານ ພາຍໃນສູນກາງແນວລາວສ້າງຊາດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ວັນສຳຄັນດັ່ງກ່າວ ແລະ ເພື່ອເປັນການພັນຂະຫຍາຍເນື້ອໃນ 5 ເປັນເຈົ້າ ຂອງສະຫະພັນກຳມະບານ ສູນກາງແນວລາວສ້າງຊາດໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ສະຫາຍ ຄໍາຢາດ ຣາຊດາວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ, ປະທານ ສະຫະພັນກໍາມະບານ ສນຊ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII ທີ່ເຕັມໄປດ້ວຍຄວາມຟົດຟື້ນ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ ພາວະວິໄສ ແລະ ໄດ້ເປັນເອກະສັນຮັບຮອງເອົາວຽກງານສໍາຄັນຄື: ບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດຄັ້ງທີ VII ໄດ້ຕີລາຄາດ້ານດີ, ດ້ານອ່ອນ ແຕ່ປີ 2015-2020 ເປັນຕົ້ນທາງດ້ານການເມືອງ-ແນວຄິດ, ການສຶກສາອົບຮົມ, ຈັດຕັ້ງເຜີຍແຜ່ແນວທາງຂອງພັກ-ລັດ ແລະ ອັນພົນເດັ່ນກວ່າໝູ່ໄດ້ເປັນເຈົ້າການຄົ້ນຄວ້າສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກໍາມະກອນ ຈາກ 900,000 ກີບຂຶ້ນເປັນ 1,100,000 ກີບ ແລະ ໄດ້ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ກອງປະຊຸມດັ່ງກ່າວ ໄດ້ຮັບຮອງທິດທາງແຜນການ 5 ປີຕໍ່ໜ້ານັບແຕ່ປີ 2021-2025 ຊຶ່ງເປັນບາດລ້ຽວອັນສໍາຄັນໃນການນໍາພາ-ຊີ້ນໍາວຽກງານກໍາມະບານ ໂດຍສະເພາະສຸມໃສ່ 9 ແຜນງານ ແລະ 51 ໂຄງການ ເພື່ອປະຕິບັດຕາມຄໍາຂວັນຂອງກໍາມະບານລາວ ແລະ ຜູ້ແທນກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VIII ຈໍານວນ 57 ສະຫາຍ, ຍິງ 11 ສະຫາຍ ເພື່ອສືບຕໍ່ຊີ້ນໍາ ວຽກງານກໍາມະບານໃນ ຕໍ່ໜ້າ. ຈາກນັ້ນກໍ່ໄດ້ຮັບຟັງການເຜີຍແຜ່ວຽກງານປ້ອງກັນພາຍໃນ ສນຊ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191