ພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຝ່າຍລາວນຳໂດຍ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ແລະ ຝ່າຍຫວຽດນາມນຳໂດຍ ທ່ານ ເລ ຕຽນ ເຈົາ ກຳມະການສູນກາງພັກ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໃນວັນທີ 13 ກັນຍາ 2022;
ທ່ານ ເລ ຕຽນ ເຈົາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງທ່ານ ຄຳເຜີຍ ບຸດດາວຽງ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສອງອົງການ ຄື: ແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ; ໃນນີ້, ໄດ້ສະແດງຄວາມຊົມເຊີຍຜົນສຳເລັດອັນສຳຄັນໃຫຍ່ຫຼວງ ໃນການສ້າງສາພັດທະນາປະເທດຊາດ ສສ ຫວຽດນາມ, ພ້ອມທັງລາຍງານສະພາບທີ່ພົ້ນເດັ່ນຂອງ ສປປ ລາວ ໃຫ້ຮັບຊາບ; ໃນນີ້, ສຳລັບການຮ່ວມມືຂອງສອງອົງການ ແມ່ນສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກເຊັນສັນຍາຂອງສອງປະທານແນວໂຮມລາວ ແລະ ຫວຽດນາມ ແຕ່ປີ 2022-2027 ທີ່ນະຄອນຫຼວງວຽງຈັນ ໃຫ້ມີຜົນສຳເລັດ; ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາຄືນກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບບາງວຽກງານ ກໍຄືທິດທາງແຜນການໃນຕໍ່່ໜ້າ ເປັນຕົ້ນແມ່ນ ການກຳນົດວັນເວລາ ທີ່ຈະຈັດກອງປະຊຸມເສີມສ້າງສາຍແດນສັນຕິພາບ-ພິດຕະພາບ ລາວ-ຫວຽດນາມ ໃນທ້າຍປີ 2022 ນີ້, ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານລັດຖະກອນ ຕໍ່ກັບວຽກງານແນວໂຮມ.
ພາບ+ຂ່າວ: ຈິດຕະພົງ ໂພທິລັກ
ບກ: ສືເຊັ່ງ ຈື້ໄຊ