ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະສອງຝ່າຍ

ການພົບປະສອງຝ່າຍ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດ ນາມ ເຊິ່ງຝ່າຍລາວນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຝ່າຍຫວຽດນາມນຳໂດຍ ທ່ານ ໂດ້ ວັນ ຈ່ຽນ, ເລຂາທິການສູນກາງພັກກອມມູນິດຫວຽດ ນາມ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໃນວັນທີ 09 ສິງຫາ 2021ນີ້.

ການພົບປະຄັ້ງນີ້  ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ໂດ້ ວັນ ຈ່ຽນ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ການພົບປະສອງຝ່າຍ ໃນຄັ້ງນີ້ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍ່ຄືສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືກັນ ສືບຕໍ່ຮ່ວມມືໃນການ ຜັນຂະຫຍາຍພົວພັນວຽກງານແນວໂຮມດ້ວຍຫລາຍຮູບການລະຫວ່າງສອງອົງການ, ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດສັງຄົມ, ຊ່ວຍເຫລືອກັນໃນການກໍ່ສ້າງພື້ນຖານໂຄ່ງລ່າງ, ສືບຕໍ່ແລກປ່ຽນຄະນະຜູ້ແທນລະດັບສູງ, ສືບຕໍ່ເຊັນບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງ ຄະນະກຳ ມະການສູນກາງແນວລາວສ້າງຊາດ ກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄລຍະປີ 2021-2025. ພ້ອມດຽວກັນນັ້ນ, ສືບຕໍ່ປະສານສົມທົບກັບສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອຈັດກອງປະຊຸມເສີມສ້າງຊາຍແດນສັນຕິພາບ, ມິດຕະພາບ ພ້ອມກັນພັດທະນາ ຊຶ່ງປີນີ້ແມ່ນຝ່າຍລາວເປັນເຈົ້າພາບ ຖ້າສະພາບການລະບາດຂອງພະຍາດໂຄວິດ 19 ຫາກຜ່ອນຄາຍລົງ.

info@lfnd.org.la | 021 213754 | (856-21) 453191