ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2022 ທີ່ສູນກາງແນວລາວສ້າງຊາດ; ຝ່າຍລາວນຳໂດຍ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຝ່າຍຫວຽດນາມນຳໂດຍ ທ່ານ ເລ ຕຽນ ເຈົາ ກຳມະການສູນກາງພັກ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ຄຳເຜີຍ ບຸດດາວຽງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ເລ ຕຽນ ເຈົາ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສອງອົງການ ຄື:  ແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດນີ້, ທ່ານ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ.

ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາຄືນກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່່ໜ້າ ຂອງສອງອົງການ, ໄດ້ແລກປ່ຽນກ່ຽວກັບບັນດາກິດຈະກຳທີ່ຈະໄດ້ປະສານສົມທົບກັນຈັດພິທີສະເຫຼີມສະຫອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ປະສານສົມທົບກັນຈັດກອງປະຊຸມເສີມສ້າງສາຍແດນສັນຕິພາບ-ພິດຕະພາບ ໃນທ້າຍປີ 2022 ນີ້, ຈັດກອງປະຊຸມສຳມະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານລັດຖະກອນ ຕໍ່ກັບວຽກງານແນວໂຮມ.

info@lfnd.org.la | 021 213754 | (856-21) 453191