ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບຫຼຽນກາລະນຶກແນວລາວສ້າງຊາດ

ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະນຳ ຂອງສູນກາງແນວລາວສ້າງຊາດ ມອບຫຼຽນກາລະນຶກແນວລາວສ້າງຊາດ ໃຫ້ຄະນະທີ່ປຶກສາວຽກງານຊົນເຜົ່າ ຂອງສູນກາງແນວລາວສ້າງຊາດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນຂົງເຂດວຽກງານແນວລາວສ້າງຊາດ ເປັນຕົ້ນແມ່ນເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ບັນດາແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໃນໄລຍະຜ່ານມາ. ຕາງໜ້າຮັບໂດຍທ່ານ ຄຳຫຼ້າ ວິນໄລທອງ ກຳມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ແລະ ທ່ານ ເພັດສະໝອນ ເທບພະວົງ ກຳມະການສູນກາງແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຊົນເຜົ່າ ໃນວັນທີ 28 ຕຸລາ 2022 ນີ້ ທີ່ສູນກາງແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191