ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບຫຼຽນກາລະນຶກແນວລາວສ້າງຊາດ

ໃນວັນທີ 12 ຕຸລາ 2022 ນີ້, ທີ່ສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດມອບຫຼຽນກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານໃນໄລຍະຜ່ານມາ ແລະ ປະກອບສ່ວນ ເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດ ໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ບັນດາແຂວງພາກເໜືອ (ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ໄຊຍະບູລີ) ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພໜາວ ເຊິ່ງປະກອບດ້ວຍບັນດາທ່ານດັ່ງນີ້: ທ່ານ ນາງ ວາດສະໜາ ຄຸດໄພທູນ, ທ່ານ ນາງ ຈັນນະພາ ວົງສະໝໍລະພູມ, ທ່ານ ສົມສຸກ ພິມມະຈັນ ກຳມະການ ສນຊ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກຳມະການ ສນຊ, ທ່ານ ນາງ ພອນວັນ ຄຸດໄພທູນ, ທ່ານ ພຸດສະດຸ ອິນທະວົງ, ທ່ານ ສົມພຽນ ໄຊຍະເດດ ກຳມະການ ສນຊ, ທ່ານ ນາງ ໂກສີ ພູມສະຫວັນ, ທ່ານ ນາງ ໂພສີ ໄຊຍະສອນ, ບໍລິສັດດວງຈະເລີນອຸດສາຫະກໍາ-ກະສິກໍາອິນຊີ ຂາອອກ-ຂາເຂົ້າຈຳກັດ, ກຸ່ມບໍລິສັດພົງສະຫວັນ, ບໍລິສັດລາວທາດຫຼວງລົງທຶນພັດທະນາຈຳກັດ, ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ທ່ານນ. ແກ້ວມະນີວອນ ຜາລິຂັນກໍາ
ມະການສູນກາງແນວລາວສ້າງຊາດ ປະທານສະມາຄົມຄຸນຄ່າລາວ, ບໍລິສັດໂອເຊຍໂນຈໍາກັດ, ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນພັດທະນາ ແລະ ຄະນະທີ່ປຶກສາວຽກງານຊົນເຜົ່າ.
info@lfnd.org.la | 021 213754 | (856-21) 453191