ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ໃນວັນທີ 06 ສິງຫາ 2021 ທີ່ພະແນກສາທາລະນະສຸກແຂວງ; ແນວລາວສ້າງຊາດແຂວງຄໍາມ່ວນ ໄດ້ສົມທົບກັບພາກສ່ວນຕ່າງໆ ມອບເຄື່ອງອຸປະໂພກ-ບໍລິໂພກ ລວມທັງໝົດເປັນມູນຄ່າ 40 ລ້ານກວ່າກີບ ໃຫ້ແກ່ແຮງງານລາວ ທີ່ກັບມາຈາກຕ່າງປະເທດ ທີ່ເຂົ້າກັກກັນຢູ່ສູນ ເພື່ອກວດຫາເຊື້ອໂຄວິດ-19 ຂອງແຂວງຄຳມ່ວນ, ໂດຍການນໍາພາປຸກລະດົມສົມທົບທຶນ ແລະ ກ່າວມອບຂອງທ່ານ ສີພອນ ຊາລີບູນ ກໍາມະການສູນກາງແນວລາວສ້າງຊາດ ພະນັກງານອາວຸໂສບຳນານ ອະດີດການນໍາຂອງແຂວງ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
