ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ ໃຫ້ຜູ້ອຸປະຖໍາຕ້ານໂຄວິດ 19

ວັນທີ 27 ມິຖຸນາ 2020 ຜ່ານມານີ້, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ ໃຫ້ຜູ້ອຸປະຖໍາຕ້ານໂຄວິດ 19, ຊຶ່ງຈັດໂດຍ ມູນນິທິຮ່ວມໃຈພັດທະນາລາວ ເພື່ອເປັນການຈາລຶກຄຸນຄວາມດີ ແລະ ຢັ້ງຢືນໃຫ້ແກ່ບັນດາທ່ານ ທີ່ໄດ້ໃຫ້ການອຸປະຖຳເຂົ້າໃນ ວຽກງານຕ້ານພະຍາດລະບາດໂຄວິດ19 ໂດຍຜ່ານມູນນິທິຮ່ວມໃຈພັດທະນາລາວ ແລະ ເພື່ອເປັນການປະກອບສ່ວນໃນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ທີ່ຈະມາເຖິງນີ້.ມູນນິທິຮ່ວມໃຈພັດທະນາລາວຈຶ່ງໄດ້ມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍໃຫ້ບັນດາທ່ານຈາກສະມາຊິກມູນນິທິ, ຈາກຫົວໜ່ວຍທຸລະກິດຕ່າງໆ ໃນພິທີດັ່ງກ່າວໄດ້ມອບໃບກຽດຕິຄຸນແລະ ໃບຍ້ອງຍໍ ທັງໝົດ ຈໍານວນ 51 ໃບ ໃນນັ້ນມອບໃບຍ້ອງຍໍ ຈໍານວນ 12 ໃບ ແລະ ໃບກຽດຕິຄຸນ ຈໍານວນ 39 ໃບ ໃຫ້ແກ່ບັນດາທ່ານທ່ີໄດ້ອຸປະຖຳເຂົ້າໃນວຽກງານຕ້ານພະຍາດລະບາດໂຄວິດ 19, ໃນຕອນທ້າຍ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ການໂອ້ລົມ ຊີ້ນໍາແກ່ມູນນິທິຮ່ວມໃຈພັດທະນາລາວ ໃຫ້ສືບຕໍ່ປັບປຸງການຈັດຕັ້ງການເຄື່ອນໄຫວ, ການລະດົມທຶນ, ການຄຸ້ມຄອງນໍາໃຊ້ກອງທຶນ.
ສໍາຄັນແມ່ນສືບຕໍ່ການລະດົມທຶນຈາກພາກສ່ວນຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ບົນພື້ນຖານລະບຽບກົດໝາຍ ແລະ ຢາກໃຫ້ເພີ່ມວຽກງານພັດທະນາຊຸມຊົນເປັນຕົ້ນການຊ່ວຍເຫຼືອປະຊາຊົນເຂດຫ່າງໄກສອກຫຼີກເຊັ່ນ: ການສ້າງສຸກສາລາ, ໂຮງ ຮຽນ, ນໍ້າສະອາດ….ຜ່ານການຈັດຕັ້ງປະຕິບັດວຽກງານຕ້ອງໄດ້ມີການສະຫຼຸບຖອດຖອນບົດ ຮຽນ ເປັນປົກກະຕິ.
info@lfnd.org.la | 021 213754 | (856-21) 453191