ວັນທີ 23 ມີນາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ຄໍາໃບ ດຳລັດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຮອງປະທານ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນຝຶກອົບຮົມ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.
ອົງຄະນະພັກ ສູນກາງແນວລາວສ້າງຊາດ ມີ 8 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 125 ສະຫາຍ, ຍິງ 44 ສະຫາຍ ໃນນັ້ນມີສະມາຊິກພັກສົມບູນ 84 ສະຫາຍ, ສະມາຊິກພັກສໍາຮອງ 12 ສະຫາຍ, ສະມາຊິກພັກທີ່ເປັນພະນັກງານບໍານານມີຈໍານວນ 29 ສະຫາຍ. ຕະຫຼອດໄລຍະ 1 ປີຜ່ານມາແຕ່ລະໜ່ວຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນພາຍໃນໜ່ວຍພັກຂອງຕົນດ້ວຍການເຂົ້າຮ່ວມຮັບຟັງການເຜີຍແຜ່ແນວທາງນະໂນບາຍຂອງພັກ-ລະບຽບກົດໝາຍຂອງລັດເຮັດໃຫ້ສະມາຊິກພັກພະນັກງານສາມາດເຊື່ອມຊຶມ ແລພ ກໍາແໜ້ນ; ໄດ້ນໍາພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເຮັດໃຫ້ໜ່ວຍພັກແຕ່ລະໜ່ວຍທີ່ຂຶ້ນກັບອົງຄະນະພັກ ສນຊ ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ດັ່ງນັ້ນ, ຄະນະພັກສູນກາງແນວລາວສ້າງຊາດຈິ່ງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ່ເຂັ້ມແຂງ, ໜັກແໜ້ນໃຫ້ໜ່ວຍພັກ 8 ກົມຄື: ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໜ່ວຍພັກຫ້ອງການ, ໜ່ວຍພັກກົມໂຄສະນາ-ອົບຮົມ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມຊົນເຜົ່າ, ໜ່ວຍພັກກົມສາສະໜາ, ໜ່ວຍພັກສູນຝຶກອົບຮົມ, ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງທາງສັງຄົມ. ເພື່ອຍົກສູງຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ກໍ່ສ້າງໜ່ວຍພັກໃຫ້ເປັນບ່ອນຊີ້ນໍາ-ນໍາພາການເຄື່ອນໄຫວປະຕິບັດໜ້າທີ່ວີຊາສະເພາະໃຫ້ມີປະສິດທິພາບປະສິດທິຜັນສູງ;ກໍ່ສ້າງສະມາຊິກພັກພະນັກງານລັດຖະກອນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິ່ງ, ສ້າງຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກໃຫ້ມິຄວາມໜັກແໜ້ນ, ຢຶດໝັ້ນຫຼັກການ ລວມສູນປະຊາ ທິປະໄຕ; ສູ້ຊົນກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາ ແລະ ການ ນໍາພາປະຕິບັດໜ້າທີ່ການເມືອງໃຫ້ບັນລຸຕາມຄາດທີ່ແຕ່ລະໜ່ວຍພັກກໍານົດໄວ ໃນລະດັບ 9 ຄະແນນຂຶ້ນໄປ; ສະ ມາຊິກພັກກວມ 80% ຂຶ້ນໄປຕ້ອງເປັນສະມາຊິກພັກແຂງ.
ໃນໂອກາດນີ້ໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາໃບ ດຳລັດ ຮອງປະທານ ສູນກາງແນວລາວສ້າງຊາດ ທ່ານໄດ້ກ່າວບາງຕອນວ່າ: ເພື່ອຮັບປະກັນເຮັດໃຫ້ການນໍາພາຂອງພັກຕອບສະໜອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມ ໃໝ່ ພັກເຮົາຍາມໃດກໍ່ມີຄວາມຈໍາເປັນຕ້ອງສ້າງໜ່ວຍພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍໃຫ້ມິຄວາມສາມາດນໍາພາຮອບດ້ານ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນຄວາມຮັບຜິດ ຊອບ ຂອງຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍທີ່ຈະຕ້ອງກໍາແໜ້ນເນື້ອນໃນຈິດໃຈຢ່າງເລິກເຊິ່ງ ໃນການຈັດ ຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ.