ພິທີມອບ-ຮັບທຶນກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບ ໃຫ້ຜູ້ດ້ອຍໂອກາດ ຢູ່ບ້ານພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈໍານວນທັງໜົດ 1,760,000,000 ກີບ ໃນວັນທີ 2 ຕຸລາ 2022 ຢູ່ສູນກາງແນວລາວສ້າງຊາດ, ຕາງໜ້າມອບຂອງ ທ່ານ zhang you zuo, ປະທານປະຕິບັດວຽກງານ ສະພາການຄ້າຈີນ ປະຈໍາ ສປປ ລາວ, ກ່າວຮັບຂອງທ່ານ ສົມໝາຍ ສີບຸນເຮືອງ ປະທານແນວລາວສ້າງຊາດ ເມືອງປາກງື່ມ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາບໍລິສັດທີ່ໃຫ້ທືນ ແລະ ຫົວໜ້າກົມ, ຫ້ອງການ ສູນກາງແນວລາວສ້າງຊາດເຂົ້າຮ່ວມ.
ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາຜູ້ທີ່ດ້ອຍໂອກາດທີ່ມີຄວາມຕ້ອງການຢາກສຶກສາຮໍ່າຮຽນກໍ່ສາມາດສະໜັກເຂົ້າສຶກສາຮໍ່າຮຽນໄດ້ ທັງເປັນການພັດທະນາທາງດ້ານການສຶກສາຂອງ ສປປ ລາວໃຫ້ມີການຂະຫຍາຍຕົວ ແລະ ມີບາດກ້າວໃໝ່.
ໃນໂອກາດດັ່ງກ່າວ ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍຕໍ່ສະພາການຄ້າຈີນ ປະຈໍາ ສປປ ລາວ ກໍ່ຄື ບັນດາບໍລິສັດຕ່າງໆ ທີ່ໄດ້ມີນ້ຳໃຈໃສສັດທາປະກອບສ່ວນທືນເຂົ້າໃນກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບໃຫ້ຜູ້ດ້ອຍໂອກາດ ໃນຄັ້ງນີ້, ພ້ອມທັງມອບຫຼຽນກາລະນຶກຂອງແນວລາວສ້າງຊາດໃຫ້ບັນດາບໍລິສັດດັ່ງກ່າວຕື່ມອີກ.