ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບຜູ້ຊີ້ນຳກົມໂຄສະນາ

ໃນວັນທີ 18 ຕຸລາ 2023 ນີ້ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ຈັດພິທີມອບ-ຮັບຜູ້ຊີ້ນຳກົມໂຄສະນາ ຂອງສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່; ໂດຍແມ່ນທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ມອບຕໍ່ໃຫ້ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຮັບຜິດຊອບຊີ້ນຳກົມໂຄສະນາ; ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ມີຄະນະທີ່ປຶກສາ, ບັນດາທ່ານຮອງຫົວໜ້າກົມ ພ້ອມດ້ວຍພະນັກງານວິຊາການຂອງກົມໂຄສະນາເຂົ້າຮ່ວມ.

 

info@lfnd.org.la | 021 213754 | (856-21) 453191