ໃນວັນທີ 29ມັງກອນ2021 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີມອບ-ຮັບ ຜ້າຫົ່ມພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານ ສູນກາງ ອພສ ແຫ່ງ ສປປລາວ, ປະທານ ມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫລວງວຽງຈັນ, ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານ ສາສານາ ຂອງສູນກາງແນວລາວສ້າງຊາດ ໄດ້ມອບຜ້າຫົ່ມຈຳນວນ 200ຜືນ ມູນຄ່າ 14.000.000ກີບ
ທ່ານ ນາງ ພັທ ສີສະຫລຽວ ທຳມະເທວາ ກຳມະການສູນກາງແນວລາວສ້າງຊາດ ມອບຜ້າຕູ້ມ 100ຜືນ ມູນຄ່າ 5.000.000ກີບ
ທ່ານ ພູວົງ ພະະມີສິດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ມອບເງີນສົດເປັນຈຳນວນ 3.000.000ກີບ
ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບຜ້າຫົ່ມ ແລະ ເງີນສົດຄັ້ງນີ້ໂດຍມີ: ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ
ເປັນກຽດຮັບໂດຍທ່ານ ເຢ່ຍເກີຢ່າ ໜໍ່ຈໍ່ຈົ້ງຕົວ ຮອງປະທານສູນກາງແນວລາວສ້າງຊາດ,ຈຸດປະສົງແມ່ນນຳໄປມອບໃຫ້ແກ່ປະຊາຊົນຜູ້ຂາດເຂີນໃນເມືອງຊ່ອນແຂວງຫົວພັນໃນໄວໄວນີ້



