ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອມູນຄ່າ 7 ລ້ານກວ່າກີບ

     ສູນລວມໃຫຍ່ຄຣິສຕະຈັກຂ່າວປະເສີດ ສປປ ລາວ ໄດ້ນໍາເອົາຄອມພີວເຕີຕັ້ງໂຕະ ຈໍານວນ 01 ຊຸດ ແລະ ປິ່ນເຕີ ຈໍານວນ 1 ເຄື່ອງ ລວມມູນຄ່າ 7,425,000 ກີບ (ເຈັດລ້ານສີ່ແສນຊາວຫ້າພັນກີບ) ມາມອບໃຫ້ກົມສາສະໜາ ສນຊ ເພື່ອນໍາໄປມອບຕໍ່ໃຫ້ແນວລາວສ້າງຊາດແຂວງ, ເມືອງ ທີ່ມີຄວາມຫຍຸ້ງຍາກຂາດເຂີນ ຕາງໜ້າສູນລວມໃຫຍ່ຄະນະຄຣິສຕະຈັກຂ່າວປະເສີດ ກ່າວມອບໂດຍທ່ານ ສາດສະໜາຈານ ສາຍຄໍາ ສິງອິດທິພົນ ຮອງປະທານບໍລິຫານສູນລວມໃຫຍ່ຄຣິສຕະຈັກຂ່າວປະເສີດ ສປປ ລາວ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານສາສະໜາ, ມີທ່ານຮອງກົມສາສະໜາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 22 ກຸມພາ 2023 ທີ່ ສນຊ.
     ເຊິ່ງກ່ອນອື່ນ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານສູນລວມຄຣິສຕະຈັກຂ່າວປະເສີດ ທີ່ໄດ້ມີຈິດໃຈເອື້ອເຟື້ອເພື່ອແຜ່ນໍາເອົາຄອມພີວເຕີ ແລະ ປິ່ນເຕີ ມອບໃຫ້ສູນກາງແນວລາວສ້າງຊາດໃນຄັ້ງນີ້ ແລະ ຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປມອບຕໍ່ໃຫ້ຖືກຕາມຈຸດປະສົງຂອງການຊ່ວຍເຫຼືອໃນຄັ້ງນີ້.
info@lfnd.org.la | 021 213754 | (856-21) 453191