ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ຮັບເງິນອຸປະຖໍາ ເຂົ້າໃນການພິມປື້ມທີ່ລະນຶກວຽກງານສະມາຄົມມິດຕະພາບ ລາວ-ຫວຽດນາມ ເປັນມູນຄ່າ 23 ລ້ານກີບ ພິທີ ມອບ-ຮັບຄັ້ງນີ້, ໄດ້ຈັດຂຶ້ນໃນຄັ້ງວັນທີ 25 ພະຈິກ 2020 ນີ້, ຢູ່ທີ່ ສນຊ ໂດຍການກ່າວມອບຂອງທ່ານ ທອງຫຼ້າ ແສງວີໄຊ ກໍາມະການສູນກາງແນວລາວສ້າງຊາດ, ປະທານ ບໍລິສັດ ແສງວີໄຊ ກຣຸບ ຈໍາກັດ ກ່າວຮັບໂດຍທ່ານ ຄໍາໃບ ດໍາລັດ, ມີທ່ານ ປ້າ. ພູທອນ ພຸມສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານ ສູນກາງພຸດທະສາສະໜາສໍາພັນລາວ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ທັງເປັນຄະນະທີ່ປຶກສາ ແລະ ຜູ້ຮ່ວມງານວຽກງານ ຊັ້ນຄົນ-ການຈັດຕັ້ງສັງຄົມ, ວຽກງານສາສະໜາ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ທອງຫຼ້າ ແສງວີໄຊ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາ ເງິນສົດໃຫ້ແກ່ສະມາຄົມມິດຕະພາບ ລາວ – ຫວຽດນາມ, ພວກເຮົາຈະເອົາເງິນຈໍານວນດັ່ງກ່າວໄປພິມປື້ມໃຫ້ສໍາເລັດຕາມຄາດໝາຍ.