ພິທີ ມອບ-ຮັບ ແຂນທຽມ ໄດ້ຈັດຂຶ້ນຢູ່ສູນການແພດຟື້ນຟູໜ້າທີ່ການ ໃນລະຫວ່າງວັນທີ 20-21 ກຸມພາ 2017 ນີ້, ໂດຍການ ເປັນປະທານຂອງທ່ານ ຮສ. ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ,
ມີພຣະອາຈານ ພົງສະຫວັນ ອານຸສິນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ທ່ານ ນາງ ຊໍລີ ແອນນີຊາສ໌ຕອນ ( MS Sally Anne Charlton) ປະທານສະໂມສອນຊ່ວຍເຫຼືອສັງຄົມສົງເຄາະ ແລະ ພາກສ່ວນທີກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນແຂນທຽມ ຈຳນວນ 200 ກວ່າອັນ ລວມເປັນມູນຄ່າ 135.000 ໂດລາ (ໜຶ່ງແສນສາມໝື່ນຫ້າພັນໂດລາ) ເຊິ່ງໂຄງການດັ່ງກ່າວ ໂດຍການຮ່ວມມືຂອງສູນກາງແນວລາວສ້າງ ຊາດ, ອົງການພຸດທະສາສະໜາສຳພັນລາວ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ສູນການແພດ ຟື້ນຟູໜ້າທີ່ການ, ສະໂມສອນຊ່ວຍເຫຼືອສັງຄົມສົງເຄາະ (Rotary Club) ປະເທດອອດສະເຕເລຍ ແລະ ໂຄງການຊ່ວຍ ເຫຼືອກ່ຽວກັບແຂນທຽມ (Hands on Project).
ໂອກາດນີ້, ທ່ານ ຮສ. ດຣ ສົມອົກ ກິ່ງສະດາ ກໍ່ໄດ້ກ່າວສະແດງຄວາມຂອບໃຈໃນການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນຄັ້ງທຳອິດ ແລະ ເປັນການປະກອບສວນຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກລະເບີດທີ່ຍັງບໍ່ທັນແຕກເຮັດໃຫ້ເສຍອົງຄະ (ແຂນກຸດ) ໃນຂອບດຂດທົ່ວປະເທດ ແລະ ເພື່ອສາມາດຊ່ວຍເຫຼືອຕົນເອງໄດ້ໃນການໃຊ້ຊີວິດປະຈຳວັນຂອງຜູ້ທີ່ຖືກເຄາະຮ້າຍດັ່ງກ່າວ ໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.
ໃນຕອນບ່າຍຂອງວັນດຽວກັນທ່ານ ຮສ. ດຣ ສົມອົກ ກິ່ງສະດາ ໄດ້ຮັບເຄື່ອງຊ່ວຍເຫຼືອປະເພດເຄື່ອນຸ່ງຮົມລວມມູນຄ່າ 10 ລ້ານກວ່າກີບຈາກສະມາຄົມຜູ້ສູງອາຍຸນະຄອນຫຼວງວຽງຈັນ. ເພື່ອນຳໄປມອບໃຫ້ປະຊາຊົນທີ່ຢູ້ເຂດຫ່າງໄກສອກຫຼີກຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານຕື່ມອີກ.