ໂດຍອີງຕາມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 05/ຄລສພ, ລົງວັນທີ 19/02/2020 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຕັ້ງຮັກສາການຊົ່ວຄາວ ຫົວໜ້າກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ ສະບັບເລກທີ 110/ຄປຈ, ລົງວັນທີ 03/03/2020, ທີ່ສູນກາງແນວລາວສ້າງຊາດ(ສນຊ) ວັນທີ 17 ມີນາ 2020 ນີ້, ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ ລະຫວ່າງ ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຫົວໜ້າກົມໂຄສະນາ-ອົບຮົມ ຜູ້ເກົ່າ ແລະ ທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຊົ່ວຄາວຫົວຫນ້າກົມໂຄສະນາ-ອົບຮົມຜູ້ໃໝ່, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະປະຈໍາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນຝຶກອົບຮົມ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການຜ່ານບົດສະຫລຸບລາຍງານວຽກງານການເຄື່ອນໄຫວທີ່ພົ້ນເດັ່ນ ຂອງກົມໂຄສະນາ-ອົບຮົມ ໄລຍະຜ່ານມາ(ແຕ່ປີ 2013 – ຕົ້ນປີ 2020) ໂດຍຫຍໍ້ຈາກ ທ່ານ ໜ້າກົມໂຄສະນາ-ອົບຮົມ ຜູ້ເກົ່າ ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ ຕະຫຼອດໄລຍະ 7 ປີທີ່ຜ່ານມາ ຄະນະໜ່ວຍພັກໄດ້ຍົກສູງຄວາມເປັນເອກະພາບ, ໄດ້ຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ຢ່າງມີຜົນສຳເລັດ, ໄດ້ຊີ້ນຳ-ນຳພາໜ່ວຍພັກກົມໂຄສະນາ-ອົບຮົມ ໄດ້ຮັບຮອງເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017; ໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປະຈຳປີ 2018 ແລະ ປີ 2019; ໄດ້ຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ, ໄດ້ຍົກລະດັບວຽກງານສື່ມວນຊົນ ເປັນຕົ້ນ ປັບປຸງລາຍການວິທະຍຸ-ໂທລະພາບ, ປັບປຸງວາລະສານ, ສ້າງຕັ້ງໜັງສືພິມສາມັກຄີພັດທະນາ, ສ້າງຢູທູບ(Youtube) ແລະ ແຟສບຸກ(Facebook) ສຳເລັດ; ໄດ້ຈັດຕັ້ງການອອກແບບຫໍມູນເຊື້ອແນວລາວສ້າງຊາດ ຢູ່ນະຄອນຫຼວງວຽງຈັນ ແລະ ຈັດວາງສະແດງຮູບພາບຢູ່ຫໍມູນເຊື້ອແນວລາວສ້າງຊາດ ເມືອງວຽງໄຊ ສຳເລັດ. ພ້ອມກັນນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບຫນ້າທີ່ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທ່ານ ໄດ້ໂອ້ລົມຕໍ່ພິທີຕື່ມອີກວ່າ: ໃຫ້ເອົາໃຈໃສ່ສຶກສາຮ່ຳຮຽນ, ຄົ້ນຄວ້າທິດສະດີ ເພື່ອຍົກລະດັບຄວາມຄວາມສາມາດໃນການນຳພາ, ຍົກສູງຄວາມສາມັກຄີເປັນເອກະພາບພາຍໃນ, ໃກ້ສິດຕິດແທດກັບພະນັກງານ ແລະ ປະຊາຊົນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະໜ່ວຍພັກ ເພື່ອເຮັດໃຫ້ວຽກງານຂອງກົມໄດ້ຮັບຜົນສຳເລັດ ດີຂຶ້ນກວ່າເກົ່າ.