ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບ ທຸງໄຊ, ໃບຍ້ອງຍໍ ແລະ ໃບຊົມເຊີຍ

ຄະນະສະຫະພັນແມ່ຍິງສູນກາງແນວລາວສ້າງຊາດ ເຂົ້າຮ່ວມພິທີມອບ-ຮັບ ທຸງໄຊ 3 ດີ, ໃບຍ້ອງຍໍ ແລະ ໃບຊົມເຊີຍ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ມີຜູ້ຕາງໜ້າຈາກບັນດາຄະນະສະຫະ ພັນແມ່ຍິງກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງປະຊຸມສູນກາງສະຫະພັນແມ່ຍິງລາວ ໃນວັນທີ 27 ມັງກອນ 2022 ນີ້.

ໃນພິທີຄັ້ງນີ້ ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ໃນທົ່ວປະເທດ ທ້າຍສະໄໝ 2016-2020 ແລະ ທິດທາງໃນຕໍ່ໜ້າ 2021-2025 ແລະ ເປີດບັ້ນແຂ່ງຂັນ 2021-2025; ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຢັ້ງຢືນຮັກສານາມມະຍົດທຸງ ໄຊ 3 ດີ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020); ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິ ຫານງານ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການມອບທຸງໄຊ 3 ດີ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020); ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຍ້ອງຍໍໃຫ້ຄະນະພັກກະຊວງ-ອົງການ;​ ການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ແລະ ການຊົມເຊີຍບຸກຄົນ ແລະ ກົມກອງລວມໝູ່ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020); ພ້ອມນັ້ນ, ບັນດາຄະນະແມ່ຍິງກະຊວງ-ອົງການ ໄດ້ຈັບມືກັນ ເພື່ອພ້ອມກັນແຂ່ງຂັນໃນໄລຍະໃໝ່ ແລະ ໄດ້ມອບທຸງໄຊ 3 ດີ, ໃບບ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ບັນດາຄະນະແມ່ຍິງກະຊວງ-ອົງການ ອີກດ້ວຍ.

info@lfnd.org.la | 021 213754 | (856-21) 453191