ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບ ວຽກງານປ້ອງກັນ ຄວາມສະຫົງບ ສໍານັກງານ ສນຊ

ເພື່ອເຮັດໃຫ້ວຽກງານ ປ້ອງກັນຄວາມສະຫົງບ ໄດ້ສືບຕໍ່ປະຕິບັດຕາມພາລະບົດບາດຢ່າງຕໍ່ເນື່ອງ ສະນັ້ນ, ຄະນະຮັບຜິດຊອບວຽກງານປ້ອງກັນຄວາມສະຫົງບ ຂອງສໍານັກງານສູນກາງແນວລາວສ້າງຊາດ ໃນໄລຍະ ປີ 2017-2020 (ຊຸດເກົ່າ) ໄດ້ມອບໜ້າທີ່ຄວາມຮັບຜິດຊອບວຽກງານປ້ອງກັນສໍານັກງານ ສູນກາງແນວລາວສ້າງຊາດ ໃຫ້ຄະນະ (ຊຸດໃໜ່). ໃນວັນທີ 19 ສິງຫາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ປ້ອງກັນຄວາມສະຫົງບ ສູນກາງແນວລາວສ້າງຊາດ ແລະ ກົມ 200 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫົງບເຂົ້າຮ່ວມ.
ອີງຕາມຂໍ້ຕົກລົງຂອງຄະນະປະຈໍາ ສູນກາງແນວລາວສ້າງຊາດ ສະບັບເລກທີ 226/ຄປຈ ວ່າດ້ວຍການແຕ່ງຕັ້ງຄະນະປ້ອງກັນຄວາມສະຫົງບສໍານັກງານ ສູນກາງແນວລາວສ້າງຊາດ ລົງວັນທີ 24/06/2020, ຄໍາສັ່ງຂອງກະຊວງ ປ້ອງກັນຄວາມສະຫົງບ ວ່າດ້ວຍການຮີບໂຮມ ຂຶ້ນບັນຊີຄຸ້ມຄອງ ອາວຸດປືນເສິກ ສະບັບເລກທີ 563/ປກສ, ລົງວັນທີ 03/04/2019 ສະນັ້ນ, ຈຶ່ງໄດ້ຈັດພິທີ ມອບ-ຮັບ ຄະນະຮັບຜິດຊອບວຽກງານປ້ອງກັນສໍານັກງານສູນກາງ ແນວລາວສ້າງຊາດ ລະຫວ່າງ ທ່ານ ໄທລໍ ຫວາເຊັ້ງ, ຄະນະຮັບຜິດຊອບວຽກງານປ້ອງກັນສໍານັກງານສູນກາງ ແນວລາວສ້າງຊາດ ຊຸດເກົ່າ ແລະ ທ່ານ ສົມປະສົງ ເວດຊະພົງ, ຄະນະຮັບຜິດຊອບວຽກງານປ້ອງກັນສໍານັກງານສູນກາງ ແນວລາວສ້າງຊາດ ຊຸດໃໜ່.
ໃນຕອນທ້າຍຂອງພິທີ ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດ ທີ່ຄະນະຮັບຜິດຊອບວຽກງານປ້ອງກັນສໍານັກງານສູນກາງ ແນວລາວສ້າງຊາດ ຊຸດເກົ່າຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບຊຸດໃໜ່ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນຄວາມສະຫົງບພາຍໃນບໍ່ໃຫ້ຖືເບົາ, ບໍ່ໃຫ້ມີປະກົດການຫໍ້ຍທໍ້ຕ່າງໆເກີດຂຶ້ນ ແລະ ປັບປຸງການຈັດຕັ້ງ, ແບບແຜນການເຮັດວຽກ ໃຫ້ມີການສ່ອງແສງລາຍງານຕາມຄວາມເປັນຈິ່ງ.

info@lfnd.org.la | 021 213754 | (856-21) 453191