ໃນພິທີມອບ-ຮັບເຂົ້າສານ ຈໍານວນ 5 ໂຕນ ຈາກສະຫະພັນສັນຕິພາບໂລກ ໄດ້ຈັດຂຶ້ນ ເມື່ອວັນທີ 6 ກໍລະກົດ 2018 ນີ້, ທີ່ ສູນ ກາງແນວລາວສ້າງຊາດ (ສນຊ) ເຂົ້າທີ່ນໍາມາມອບໃນຄັ້ງນີ້ ແມ່ນເພື່ອເອົາໄປຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າທີ່ພົບຄວາມຫຍຸ້ງຍາກຂາດເຂີນຢູ່ເຂດຫ່າງໄກສອກຫຼິກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ແຂວງໄຊຍະບູລີ.
ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ນ ວິພາວັນ ພົມວິຫານ (ຄອບຄົວທ່ານ ປະທານ ສນຊ), ມີທ່ານ ດຣ. ຈັນເພັງ ສຸດ ທິວົງ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຫ້ອງການ ສນຊ, ມີທ່ານ ສະກຸດອນ ກ້ອນທອງ ຜູ້ອໍານວຍການເຂດພາກຕະເວັນອອກສຽງເໜືອ ແລະ ທູດສັນຕິພາບ ມີບັນດາທ່ານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ດຣ. ນ ວິພາວັນ ພົມວິຫານ (ຄອບຄົວທ່ານ ປະທານ ສນຊ) ໄດ້ເປັນກຽດກ່າວຮັບເຊິ່ງທ່ານໄດ້ຕາງໜ້າໃຫ້ ສນຊ ກ່າວສະແດງຄວາມຂອບໃຈຕໍ່ທ່ານ ສະກຸດອນ ກ້ອນທອງ ຜູ້ອໍານວຍການເຂດພາກຕາເວັນອອກສຽງເໜືອ ແລະ ທູດສັນຕິພາບ ທີ່ໄດ້ນໍາເອົາວັດຖຸເປັນປະເພດເຂົ້າ ສານ ຈໍານວນດັ່ງກ່າວ ມາມອບໃຫ້ສູນກາງແນວລາວສ້າງຊາດ; ພວກເຮົາຈະສືບຕໍ່ນໍາເອົາໄປແຈກຢາຍ ແລະ ມອບໃຫ້ແກ່ປະຊາຊົນລາວບັນດາເຜົ່າຕາມເປົ້າໝາຍທີ່ວາງໄວ້.