ພິທິຖວາຍພຣະເພິງສະຣີຣະສັງຂານ ພຣະຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ, ອາດິດປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ອາດິດກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສະໜາມຫຼວງ ເດີ່ນພະທາດຫຼວງວຽງຈັນໃນວັນທີ 26 ມິຖຸນາ 2020 ເຊິ່ງໄດ້ຮັບກຽດສຸງສຸດຈາກຝ່າຍສົງ ແລະ ຄາຣະວາດຄື: ຝ່າຍສົງນຳໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ ບຸນມາ ສິມມາພົມ ຮັກສາການປະທານສູນກາງ ອ.ພ.ສ ພ້ອມດ້ວຍຄະນະສົງໃນທົ່ວປະເທດ ຝ່າຍຄາຣະວາດນຳໂດຍ: ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ປປ ລາວ ,ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ, ມີບັນດາທ່ານການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການຈັດຕັ້ງຕາງໆ ແລະ ຕະຫຼອດຮອດມວນຊົນທັງຫຼາຍເຂົ້າຮ່ວມ.
ໃນພິທີຖວາຍພຣະເພີງພຣະສະຣິຣະສັງຂານ (ເຜົາພຣະສົບ) ຂອງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ ຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານ ສນຊ ປະທານຄະ¬ນະຮັບ¬ຜິດ¬ຊອບງານຊາປະນະກິດສົບ ໄດ້ຂຶ້ນບົດກ່າວສະດຸດີເປັນເທື່ອສຸດທ້າຍຕໍ່ພຣະອາຈານໃຫ່ຍ ມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າ ຈາກນັ້ນກໍໄດ້ຈັດພິ¬ທີທາງສາ¬ສະ¬ໜາ, ສູດຊັກອານິຈາໃຫ້ດວງວິນຍານ ຂອງພຣະອາຈານໃຫ່ຍ ມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າທີ່ລ່ວງລັບໄປແລ້ວນັ້ນຈົ່ງໄປສູ່ສຸຂະຕິ, ຫຼັງຈາກນັ້ນກໍໄດ້ຈັດພິ¬ທີວາງທູບທຽນຕາມລຳ¬ດັບ ຊຶ່ງເລີ່ມຕົ້ນດ້ວຍຝ່າຍຄາວະວາດ ຫຼື ການນໍາພັກ-ລັດ, ຄະ¬ນະຊາປະນະກິດສົບ ແລະ ຄອບ¬ຄົວ ຍາດ¬ຕິພີ່-ນ້ອງ, ບັນ¬ດາການນຳພັກ-ລັດ ແລະ ຕາມດ້ວຍພໍ່ແມ່ປະຊາຊົນ ໃນທາມກາງແຫ່ງຄວາມໂສກເສົ້າ, ເສຍດາຍເປັນຢ່າງຍິ່ງ ແລະ ອາໄລ ອາວອນຢ່າງສຸດຊຶ້ງ.
ພຣະຍອດແກ້ວມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າ ໄດ້ຈາກພວກເຮົາໄປ, ແຕ່ໄດ້ສ້າງ ຜົນງານ-ຄຸນງາມຄວາມດີຢ່າງຫຼວງຫຼາຍໃນການພັດທະນາອົງການພຸດທະສາສະຫນາສໍາພັນລາວ, ພຣະອາຈານໃຫຍ່ ເປັນພຣະສົງທີ່ມີທັດສະນະຫຼັກຫມັ້ນ, ທັດສະນະມະຫາຊົນກວ້າງຂວາງ, ມີຄວາມສັດຊື່ບໍລິສຸດ, ເຄັ່ງຄັດຕໍ່ຫຼັກທໍາມະວິໄນ, ຫຼັກສິນທໍາທາງພຸດທະສາສະຫນາ, ມີຄວາມເມຕາ-ກະລຸນາ, ມີຄວາມເສຍສະລະສູງ ເພື່ອພຸດທະສາສະຫນາ, ຖືຜົນປະໂຫຍດຂອງພຸດທະສາສະຫນາ ແລະ ປະເທດຊາດສູງກວ່າ ຜົນປະໂຫຍດສ່ວນຕົວ, ຫ້າວຫັນໃນການປະຕິບັດຫນ້າທີ່ ແລະ ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະນັ້ນ, ພຣະຍອດແກ້ວມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າ ຈຶ່ງໄດ້ຮັບຄວາມເຄົາລົບ-ນັບຖື, ຮັກແພງ ຈາກພຣະສົງ-ສາມະເນນ ແລະ ສາສະນິກະຊົນບັນດາເຜົ່າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ.