ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີສະຫຼຸບວຽກງານ 3 ດີ ແລະ ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດ ໄລຍະປີ 2017-2020

ໃນວັນທີ 12 ມິຖຸນາ 2020 ນີ້, ຄະນະບໍລິຫານສະຫະພັນແມ່ຍິງສູນກາງແນວລາວສ້າງຊາດ ໄດ້ຈັດພິທີສະຫຼຸບວຽກງານ 3 ດີ ແລະ ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດ ໄລຍະປີ 2017-2020 ຂື້ທີ່ ສູນກາງແນວລາວສ້າງຊາດ(ສນຊ), ໂດຍການເປັນປະທານຂອງ ສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະພັກ, ປະຄະປະຈຳ, ຫົວໜ້າກົມກວດກາ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ຄຳຈັນ ພົມແສງສະຫວັນ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ ສູນຝຶກອົບຮົມ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກແມ່ຍິງ ສນຊ ເຮົ້າຮ່ວມ.

ໃນພິທີ ສະຫາຍ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ-ອົບຮົມ, ຮອງປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະປີ 2018-2019 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຫຍໍ້. ພ້ອມກັນນັ້ນ, ກໍໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ບັນດາໜ່ວຍແມ່ຍິງ 6 ໜ່ວຍ ແລະ ສະມາຊິກແມ່ຍິງ 3 ດີປະເພດໜຶ່ງ 59 ສະຫາຍ, 3 ດີປະເພດສອງ 3 ສະຫາຍ ຂອງສູນກາງແນວລາວສ້າງຊາດ  ທີ່ມີຜົນງານໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ໄລຍະປີ 2017-2020 ນີ້.

ໂອກາດນີ້, ສະຫາຍ ນາງ ຄຳຈັນ ພົມແສງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງ ສນຊ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະຫາຍ ໄດ້ເນັ້ນຕື່ມວ່າ: ໃຫ້ຄະນະກົມ, ຄະນະປະທານສະຫະແມ່ຍິງ ເອົາໃຈໃສ່ໃນແຜນຍຸດທະສາດ, ແຜນພັດທະນາແມ່ຍິງ ຕ້ອງເຮັດຢ່າງຕໍ່ເນື່ອງ ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເພື່ອໃຫ້ອົງການຈັດຕັ້ງແມ່ຍິງມີຄວາມເຂັ້ມແຂງ ແລະ ຮຽກຮ້ອງໃຫ້ສະມາຊິກແມ່ຍິງແຕ່ລະສະຫາຍ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້ຄວາມສາມາດ ຕໍ່ວຽກງານວິຊາສະເພາະ  ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດ; ຍົກລະດັບສີມືແຮງງານເພື່ອພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ, ຈົ່ງມີຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບການມອບໝາຍ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ຈັດຕັ້ງປະຕິບັດຂະບວນການ ຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ຄື: ຜົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ຕິດພັນກັບຂະບວນການ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ, 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ການສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ; ໃຫ້ມີການຕຳນິຕິຊົມຕົນເອງ, ຕຳນິຕິຊົມກັນ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ, ເພີ່ມທະວີເອົາໃຈໃສ່ລົງກວດກາ ແລະ ຊຸກຍູ້ໃນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ສນຊ ຄັ້ງທີ XIV ທີ່ຈະມາເຖິງນີ້.

 

info@lfnd.org.la | 021 213754 | (856-21) 453191