ໃນຕອນບ່າຍ ຂອງວັນທີ 24 ກັນຍາ 2018 ນີ້, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີສົ່ງຄະນະຜູ້ແທນຂັ້ນສູງ ຂອງ ສນຊ
ຊິ່ງນໍາໂດຍ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສນຊ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 24 ກັນຍາ ຫາ ວັນທີ 6 ຕຸລາ 2018 ໄດ້ຈັດຂຶ້ນທີ່ຫ້ອງກຽດຕິຍົດ ຊັ້ນ 2 ຂອງສະໜາມບິນວັດໄຕ.
ພິທີສົ່ງ ມີທ່ານ ເຍ່ຍເກີຢາ ໜໍ່ຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ມີທ່ານ ເອອັກຄະລັກຖະທູດກູບາ ປະຈໍາ ລາວ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ ມີຈຸດປະສົງເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ກູບາ ເພື່ອຈະເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສ.ກູບາ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.