ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຫົດສົງມຸທິຕາເຖຣາພິເສກພຣະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ

ວັນທີ 4 ກຸມພາ 2022 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຖຣາພິເສກ ພຣະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເນື່ອງໃນໂອກາດທີ່ໄດ້ສຳເລັດກອງປະຊຸມໃຫຍ່ສະໄໝທີ VIII ຂັ້ນຂອງຕົນ ທີ່ເພິ່ນໄດ້ຮັບການພິຈາລະນາໃຫ້ເປັນປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ອົງທີ 6.
ໃນພິທີອັນສຳຄັນນີ້ ຕາງໜ້າໃຫ້ການນຳພັກ-ລັດ ມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດເຂົ້າຮ່ວມ ພ້ອມທັງໃຫ້ກຽດໄຕ້ທູບທຽນບູຊາພຣະຣັດຕະນະໄຕຣ, ເຂົ້າຮ່ວມພິທີໃສ່ບາດ ແລະ ຫົດສົງຍາທ່ານໃຫຍ່ ມະຫາ ບຸນມາ ສິມມາພົມ.
info@lfnd.org.la | 021 213754 | (856-21) 453191