ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຮັບຮອງກຸ່ມບ້ານນາຊາຍເປັນບ້ານສາມັກຄີປອງດອງ

ພິທີຮັບຮອງກຸ່ມບ້ານນາຊາຍ ເປັນກຸ່ມບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ວັດດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ເພັດສະຫວັນ ວິມະລາວົງ ຄະນະປະຈໍາພັກ ປະທານແນວລາວສ້າງຊາດ ເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຖະໝອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໆ ນາຊາຍທອງ ແລະ ພໍ່ແມ່ປະຊາຊົນ 8 ບ້ານເຂົ້າຮ່ວມ ໃນຄັ້ງວັນທີ 18 ກັນຍາ 2020 ຜ່ານມານີ້.
ໃນພິທີຄັ້ງນີ້, ນາຍບ້ານໆ ດົງຫຼວງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມບ້ານ ນາຊາຍ ປະກອບມີ 8 ບ້ານຄື: ບ້ານດົງຫຼວງ, ບ້ານນາຊາຍທອງເໜືອ, ບ້ານນາຊາຍທອງກາງ, ບ້ານນາຊາຍທອງໃຕ້, ບ້ານນາຄຸນ, ບ້ານໜອງຍາວ, ບ້ານປັກແຮດ ແລະ ບ້ານດົງບອງ; ກຸ່ມບ້ານນາຊາຍ ມີເນື້ອທີ່ທັງໝົດ 7,978 ເຮັກຕາ, ມີ 2,939 ຄອບຄົວ, ມີພົນລະເມືອງ 15,798 ຄົນ, ຍິງ 7,937 ຄົນ ປະກອບມີ 3 ເຜົ່າ. ປະຊາຊົນສ່ວນຫຼາຍແມ່ນຖືສາສະໜາພຸດ, ປະຊາຊົນສ່ວນຫຼາຍແມ່ນຍຶດຖືອາຊີບ ເຮັດນາ, ປູກຝັງ, ລ້ຽງສັດເປັນອາຊີບຕົ້ນຕໍ ແລະ ການຄ້າຂາຍບໍລິການ ເປັນສໍາຮອງ ມີລາຍໄດ້ສະເລ່ຍຫົວຄົນ 10 ລ້ານກີບ ຕໍ່ຄົນຕໍ່ປີ, ມີກອງທືນພັດທະນາບ້ານ 10 ກອງທຶນ, ລວມມີສະມາຊິກ 9,411 ຄົນ, ມີເງີນກອງທືນທັງໝົດ 13 ຕື້ກວ່າລ້ານກີບ, ນັບແຕ່ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເປັນຕົ້ນມາ ໂດຍສະເພາະນັບແຕ່ມີມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງແນວລາວສ້າງຊາດ ພາຍຫຼັງໄດ້ຮັບຄໍາແນະນໍາ ສະບັບເລກທີ 033/ສນຊ ວ່າດ້ວຍການຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັບດາເຜົ່າ ຄະນະໜ່ວຍພັກໄດ້ສົມທົບກັບແນວລາວສ້າງຊາດບ້ານ ໄດ້ນໍາເອົາບັນດາມາດຕະຖານ ຂອງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມາເຜີຍແຜ່ສຶກສາອົບຮົມ ໃຫ້ແກ່ປະຊາຊົນແຕ່ລະຄອບຄົວໄດ້ຮັບຮູ້ເຊື່ອມຊືມ ແລະ ກໍາແໜ້ນ ພ້ອມກັນຈັດຕັ້ງປະຕິບັດໄດ້ 2-3 ປີຜ່ານມາ ຈົນມາເຖິງປະຈຸບັນນີ້, ແນວລາວສ້າງຊາດ ສາມາດຮັບຮອງຈໍານວນບ້ານດັ່ງກ່າວເປັນບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງກາຍເປັນຄອບຄົວທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວຮັ່ງມີຈໍານວນໜຶ່ງ ຄຽງຄູ່ກັບຈຸດດີກໍ່ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງເຊັ່ນ: ຍັງມີບາງປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ຖະໝອມ ທໍາທອງ ໄດ້ເປັນກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາເມືອງກໍ່ຄືແນວລາວສ້າງຊາດເມືອງ ແລະ ບ້ານ ທີ່ໄດ້ເອົາໃຈໃສ່ໃນຊີ້ນໍາໆພາການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງກຸ່ມບ້ານນາຊາຍ ທີ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ຖືວ່າວຽກງານເປັນວຽກງານໜຶ່ງໃນມາດຕະຖານຂອງບ້ານພັດທະນາທີ່ມີຄວາມສໍາຄັນ ແລະ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີຄວາມສາມັກຄີເປັນເອກະພາບກັນ. ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ແນວລາວສ້າງຊາດເມືອງ-ບ້ານສືບຕໍ່ຜັນຂະຫຍາຍນະໂຍບາຍແນວໂຮມຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ສຶກສາອົບຮົມ, ປຸກລະດົມ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ແນໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໂດຍຖືເອົາຫົວໜ່ວຍຄອບຄົວ ແລະ ຮາກຖານບ້ານເປັນໃຈກາງ. ໃນພິທີດັ່ງກ່າວ, ໄດ້ມີການມອບ-ຮັບໃບຢັ້ງຢືນບ້ານສາມັກຄີປອງດອງ ແລະ ໄດ້ມອບຫຼຽນລະນຶກ 70 ປີ ຂອງແນວລາວສ້າງຊາດ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ຕະຫຼອດໄລຍະຜ່ານມາ.



info@lfnd.org.la | 021 213754 | (856-21) 453191