ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເຊັນບົດບັນທຶກ​ການຮ່ວມມື ລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ກຸ່ມບໍລິສັດ ເກ້ວເລີມ

ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ກຸ່ມບໍລິສັດເກ້ວເລີມ ໄດ້ຈັດພິທີເຊັນບົດບັນທຶກໃນການຮ່ວມມືພັດທະນາກະສິກຳອິນຊີ ແລະ ກະສິກຳໝູນວຽນ ຢູ່ ສປປ ລາວ;  ຕາງໜ້າກຸ່ມບໍລິສັດ ພົງສະຫວັນ ເຊັນບົດບັນທຶກໂດຍ ທ່ານ ນາງ ແສງດາວ ບຸພະກອນຄຳ ຮອງປະທານ ແລະ ຜູ້ອຳນວຍການໃຫ່ຍ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ຕາງໜ້າກຸ່ມບໍລິສັດ ເກ້ວເລີມ ເຊັນໂດຍ ທ່ານ ຫງວຽນແທງວິງ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດເກ້ວເລີມ; ເປັນກຽດເຂົ້າຮ່ວມມີ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້; ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ມີບັນດາທ່ານຕາງໜ້າທາງສອງຝ່າຍເຂົ້າຮ່ວມເປັນສັກຂີພີຍານ ໃນວັນທີ 6 ມີນາ 2023 ທີ່ໂຮງແຮມເໝືອງແທ່ງ, ນະຄອນຫຼວງວຽງຈັນ.

ພິທີເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອຮ່ວມມືໃນການກໍ່ສ້າງພະນັກງານ, ສ້າງຜູ້ຊ່ຽວຊານ, ຖ່າຍທອດເຕັກໂນໂລຊີຜະລິດກະສິກໍາອິນຊີ, ເພີ່ມຜະລິດຕະພັນກະສິກໍາອິນຊີ  ແລະ  ລະບົບນິເວດກະສິກໍາອິນຊີ,  ກະສິກໍາໝູນວຽນແບບຍືນຍົງໃນອະນາຄົດ; ປຸກລະດົມໃຫ້ປະຊາຊົນຫັນມານໍາໃຊ້ຜະລິດຕະພັນກະສິກໍາອິນຊີ ແລະ ບັນດາຜະລິດຕະພັນອິນຊີອື່ນໆ; ຮ່ວມມືສໍາຫລວດ, ຄົ້ນຄວ້າວິໄຈ ແລະ ກໍ່ສ້າງໂຮງງານຜະລິດປຸ໋ຍອິນຊີ ຢູ່ ສປປ ລາວ.

info@lfnd.org.la | 021 213754 | (856-21) 453191