ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະຖານທູດອິນເດຍ

ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 10 ທັນວາ 2021 ນີ້, ສູນກາງແນວລາວສ້າງຊາດ ແລະ ສະຖານທູດ ອິນເດຍ ປະຈຳ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຊ່ວຍເຫຼືອລ້າຈາກລັດຖະບານອິນເດຍ ສຳລັບການດຳເນີນໂຄງການເຫັນຜົນໄວ ໃນ ສປປ ລາວ; ຕາງໜ້າສູນກາງແນວລາວສ້າງຊາດ ໂດຍທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ດິນກາ ອາດສ໌ທານາ ເອກອັກຄະລັດຖະທູດ ອິນເດຍ ປະຈໍາຢູ່ ສປປ ລາວ ຕາງໜ້າສະຖານທູດອິນເດຍ, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ແລະ ມີພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານອິນເດຍ ລວມເປັນຈຳນວນເງິນ 50 ພັນໂດລາ, ເປັນໂຄງການກໍ່ສ້າງໂຮງງານຜະລິດນ້ຳດື່ມຢູ່ທີ່ໂຮງຮຽນສົງ ວັດຜາໂອ ເມືອງປາກເຊືອງ ແຂວງຫຼວງພະບາງ.

ໂອກາດນີ້, ທ່ານ ຄຳເຜີຍ ບຸດດາວຽງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານອິນເດຍ ກໍຄືທ່ານ ດິນກາ ອາດສ໌ທານາ ທີ່ໄດ້ໃຫ້ກັນຊ່ວຍເຫຼືອສ້າງໂຮງງານຜະລິດນ້ຳດື່ມ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ປັບປຸງພື້ນຖານໂຄງຮ່າງທີ່ຈຳເປັນ ຢູ່ພາຍໃນວັດຜາໂອ ໃຫ້ມີຄວາມສະດວກ ແລະ ດີຂື້ນກວ່າເກົ່າ. ທັງເປັນການເສີມຂະຫຍາຍມູນເຊື້ອການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ອິນເດຍ ໃຫ້ນັບມື້ມີບາດກ້າວໃໝ່ເລື້ອຍໆ.

info@lfnd.org.la | 021 213754 | (856-21) 453191