ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືພັດທະນາໂຄງການສິນເຊື່ອກາກບອນ

ສູນກາງແນວລາວສ້າງຊາດ ແລະ ບໍລິສັດ Value Network Ventures Advisory Services ເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືພັດທະນາໂຄງການສິນເຊື່ອກາກບອນ ສຳລັບພາກປະຊາຊົນ ຂຶ້ນໃນວັນທີ 4 ພະຈິກ 2022 ນີ້ ທີ່ສູນກາງແນວລາວສ້າງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຕາງໜ້າສູນກາງແນວລາວສ້າງຊາດ ເຊັນໂດນທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ແລະ ຕາງໜ້າບໍລິສັດເຊັນໂດຍທ່ານ Sandeep Roy Choudhury ຜູ້ອຳນວຍການບໍລິສັດ Value Network Ventures Advisory Services Pte. Ltd, ມີບັນດາທ່ານ ຮອງປະທານສູນກາງແນວລາວສ້າງຊາດ ແລະ ບັນດາທ່ານຕາງໜ້າທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພິທີເຊັນບົດບັນທຶກໃນຄັ້ງນີ້ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນດຳເນີນການພັດທະນາໂຄງການສີຂຽວ ທີ່ເອີ້ນວ່າໂຄງການສິນເຊື່ອກາກບອນ ເປັນໄລຍະເວລາ 10 ປີ(2022-2031) ຊຶ່ງ ປະກອບດ້ວຍ 2 ໂຄງການຍ່ອຍຄື: ໂຄງການເຮັດນາແຊງ ແບບປຽກສະຫຼັບແຫ້ງ ຈຳນວນ 40 ພັນເຮັກຕາ ແລະ ໂຄງການຫັນສູ່ການນຳໃຊ້ເຕົາໄຟສະອາດ ທີ່ນຳໃຊ້ຖ່ານ, ຟືນ ແລະ ເຕົາໄຟຟ້າ ຈຳນວນ 5 ແສນເຕົາ; ໃນການດຳເນີນໂຄງການຈະແບ່ງເປັນສາມໄລຍະຄື: ບາດກ້າວການລົງສຳຫຼວດເກັບກຳຂໍ້ມູນ, ໄລຍະການທົດລອງ ແລະ ໄລຍະການຈັດຕັ້ງປະຕິບັດໂຄງການຕົວຈິງ ໂດຍແມ່ນບໍລິສັດເປັນຜູ້ສະໜອງທຶນ ແລະ ເຕັກໂນໂລຢີທັງໝົດເຂົ້າໃນການພັດທະນາໂຄງການ ພ້ອມທັງເປັນຜູ້ຊື້ສິນເຊື່ອກາກບອນ ຈາກສອງໂຄງການຍ່ອຍ ໂດຍສິນເຊື່ອທີ່ໄດ້ຈາກການຜະລິດຂອງສອງໂຄງການດັ່ງກ່າວນັ້ນ ເປັນກຳມະສິດຂອງປະຊາຊົນຜູ້ທີ່ເຂົ້າຮ່ວມໂຄງການ.

info@lfnd.org.la | 021 213754 | (856-21) 453191