ໃນວັນທີ 13 ພະຈິກ 2023 ນີ້, ຫ້ອງການສູນກາງແນວລາວສ້າງຊາດ ແລະ ບໍລິສັດ ການນໍາໃຊ້ຊັບພະຍາກອນທົດແທນຄືນໃໝ່ ຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມືເພື່ອການສຶກສາຄົ້ນຄວ້າວຽກງານການກຸສົນພາກປະຊາຊົນ ຝ່າຍລາວລົງນາມໂດຍທ່ານ ປອ ດາວຽງສັກ ຫວ່າງວິຈິດ, ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ເສີນກວ່າງປ່ຽວ (MR. CHEN GUANGBIAO) ປະທານສະພາບໍລິຫານບໍລິສັດການນໍາໃຊ້ຊັບພະຍາກອນທົດແທນຄືນໃໝ່ ຈໍາກັດ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ,ຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການຮ່ວມມືກັນເຊັນ MOU ນີ້, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມລະຫວ່າງຜູ້ນໍາສູງສຸດຂອງສອງປະເທດ ວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ໃນພາກປະຊາຊົນ ເຂົ້າສູ່ພາກປະຕິບັດຕົວຈິງ; ເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືທີ່ລັດຖະບານອະນຸມັດ ລະຫວ່າງຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກັບ ບໍລິສັດການນໍາໃຊ້ຊັບພະຍາກອນທົດແທນຄືນໃໝ່ ຈໍາກັດ, ໃນຄັ້ງວັນທີ 08 ມິຖຸນາ 2023 ເຂົ້າໃນກິດຈະການພາກປະຊາຊົນ ຕາມພາລະບົດບາດຂອງແນວລາວສ້າງຊາດ; ບົດບັນທຶກລົງເລິກການສຶກສາຄົ້ນຄວ້າວຽກງານພາກປະຊາຊົນ ເພື່ອສ້າງຄວາມສາມັກຄີປອງດອງ ແລະ ການພັດທະນາຂອງຊຸມຊົນ, ທ້ອງຖິ່ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ; ສຶກສາຄົ້ນຄວ້າວຽກງານແຮງງານ ເພື່ອຫຼຸດພົ້ນຈາກຄວາມທຸກຍາກ; ຄົ້ນຄວ້າການສ້າງຕັ້ງມູນນິທິ“ໜຶ່ງແລວ ໜຶ່ງເສັ້ນທາງ ພາກປະຊາຊົນ, ຊື່ງມູນນິທິດັ່ງກ່າວ ເປັນມູນນິທິ ທີ່ບໍ່ຫວັງຜົນກໍາໄລ.
ອາຍຸຂອງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ໄລຍະ 1 ປີ, ຫຼັງຈາກນັ້ນ ຈື່ງປຶກສາຫາລື ເພື່ອເຊັນສັນຍາຮ່ວມກັນຕໍ່ໄປ; ໃນໂອກາດເຊັນບົດບັນທຶກຮ່ວມກັນນີ້ ບໍລິສັດຈະປະກອບອຸປະກອນໄອທີ ໃຫ້ແກ່ໂຮງຮຽນວິຊາຊີບເມືອງປາກງື່ມ: ປະເພດຄອມພິວເຕີຕັ້ງໂຕະ ຈໍານວນ: 25 ຊຸດ, ລະບົບເຊື່ອມຕໍ່ອິນເຕີເນັດ, ອຸປະກອນລະບົບປະຊຸມທາງໄກ (VDO conference ) 1 ຊຸດ; ປະກອບອຸປະກອນລະບົບປະຊຸມທາງໄກ (VDO conference) ໃຫ້ຫ້ອງການ ສນຊ 1 ຊຸດ ແລະ ເຄື່ອງໄອເເພັກຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງ ສນຊ ຈໍານວນ 13 ເຄື່ອງ, ລວມມູນຄ່າ 1.200.000.000 ກີບ.
ບກ: ພ.ບຸບຜາ
ຂ່າວ+ພາບ: ສຸວັນລີ.