ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດການນຳໃຊ້ແທ່ນສີລາຈາລຶກກອງຮ້ອຍຫີນເພັດ ວິລະຊົນ ຢ່າງເປັນທາງການ ຢູ່ທີ່ ສນຊ, ໃນວັນທີ 17 ກໍລະກົດ 2020 ນີ້, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ, ຄະນະນຳ ຂອງ ສນຊ ແລະ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ພະນັກງານອາວຸໂສບຳນານ ເຂົ້າຮ່ວມ.
ໃນພິທີ, ທ່ານ ລັດຖະມົນຕີກະຊວງປ້ອງການປະເທດ ໄດ້ຂຶ້ນກ່າວສະດຸດີໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການກໍ່ສ້າງອະນຸສອນສະຖານ “ກອງຮ້ອຍຫີນເພັດວິລະຊົນ” ແລະ ການປະຕິບັດໜ້າທີ່ ຂອງກອງຮ້ອຍ 2 ຜ່ານ 3 ໄລຍະແຕ່ປີ 1962-1974 ໂດຍຫຍໍ້, ຊຶ່ງທ່ານໃຫ້ຮູ້ວ່າ ຕະຫຼອດໄລຍະທີ່ກອງຮ້ອຍຫີນເພັດມາປະຈຳການຢູ່ວຽງຈັນ ສັດຕູໄດ້ປິດລ້ອມຮອບດ້ານ, ເຮັດໃຫ້ການເຄື່ອນໄຫວຂອງອ້າຍນ້ອງຖືກຈຳກັດ, ກົດດັນ, ກັ່ນແກ້ງ ເຕັມໄປດ້ວຍຄວາມອັນຕະລາຍຕະຫຼອດເວລາ, ສັດຕູໄດ້ປິດລ້ອມສຳນັກງານແນວລາວຮັກຊາດ, ເຮືອນພັກຂອງຜູ້ນໍາ, ທາງໃນບໍ່ໃຫ້ອອກ ທາງນອກບໍ່ໃຫ້ເຂົ້າ, ການພົວພັນພາຍໃນ-ພາຍນອກຖືກຕັດຂາດ, ສະຖານະການເວລານັ້ນແມ່ນເຄັ່ງຕຶງ, ດຸເດືອດ, ຂ້ຽວຂາດທີ່ສຸດ ແຕ່ອ້າຍນ້ອງກອງຮ້ອຍ 2 ກໍ່ບໍ່ໄດ້ຫວັ່ນກົວ ແລະ ທໍ້ຖອຍ, ດ້ວຍນ້ຳໃຈເດັດດ່ຽວໜຽວແໜ້ນ, ບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງສັດຕູ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍໃນການປ້ອງກັນຜູ້ນຳແນວລາວຮັກຊາດ ທັງ 3 ໄລຍະຢູ່ວຽງຈັນ ແຕ່ປີ 1962-1974 ໄດ້ຢ່າງປອດໄພ ຈຶ່ງຖືກຂະໜານນາມໃຫ້ກອງຮ້ອຍ 2 ເປັນ “ກອງຮ້ອຍຫີນເພັດວິລະຊົນ”.
ສະນັ້ນ, ການສ້າງອະນຸສອນສະຖານ “ກອງຮ້ອຍຫີນເພັດວິລະຊົນ” ຢູ່ຕໍ່ໜ້າສຳນັກງານ ສນຊ ນີ້, ເພື່ອຈາລຶກຜົນງານ, ຄຸນງາມຄວາມດີ ທັງເປັນການຢັ້ງຢືນຜົນງານອັນໂດດເດັ່ນ ຂອງບັນດາພະນັກງານນັກຮົບປະຕິວັດ. ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ. ຈາກນັ້ນ ທ່ານ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານບົດລາຍງານການກໍ່ສ້າງ ແລະ ກ່າວມອບໃຫ້ຄະນະພັກ-ຄະນະປະຈຳ ສນຊ ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນການສຶກສາອົບຮົມຄົນຮຸ່ນໃໝ່ຕໍ່ໄປ; ຕາງໜ້າຄະນະພັກ-ຄະນະປະຈຳ ສນຊ ກ່າວຮັບໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ; ພ້ອມກັນນີ້, ເພື່ອເປັນສັນຍາລັກນິມິດໝາຍທີ່ສຳຄັນ ທ່ານປະທານ ສູນກາງແນວລາວສ້າງຊາດ ແລະ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ເປັນກຽດຂຶ້ນຕັດແຖບຜ້າ ເພື່ອເປີດນຳໃຊ້ແທ່ນສີລາຈາລຶກກອງຮ້ອຍຫີນເພັດ ວິລະຊົນ ຢ່າງເປັນທາງການ.