ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເປີດຫໍມູນເຊື້ອແນວລາວສ້າງຊາດຢ່າງເປັນທາງການ

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (ວັນທີ 13/8/1950-13/8/2020) ແລະ ວັນສໍາຄັນອື່ນໆລະດັບຊາດ ໃນວັນທີ 13 ກໍລະກົດ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີເປີດຫໍມູນເຊື້ອແນວລາວສ້າງຊາດ ຢ່າງເປັນທາງການໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານ ສນຊ, ມີບັນດາທ່ານປ້າຄອບຄົວການນໍາ ພັກ-ລັດ ຜູ້ຕາງໜ້າບັນດາກະຊວງ-ອົງການ, ບັນດາບໍລິສັດ, ມູນນິທິ-ສະມາຄົມ, ແຂກຖຶກເຊິນ ຕະຫຼອດຮອດພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

ໃນບັນຍາກາດອັນເບີກບານມ່ວນຊື່ນ, ພາກພູມໃຈເປັນການສ້າງຜົນງານ ທີ່ເຕັມໄປດ້ວຍຄວາມຫມາຍສຳຄັນໃນຄັ້ງນີ້, ສນຊ ໄດ້ເປີດຫໍມູນເຊື້ອແນວລາວສ້າງຊາດ ຢ່າງເປັນທາງການ ເຊິ່ງເປັນຄັ້ງປະຫວັດສາດທໍາອິດຂອງແນວລາວສ້າງຊາດ ທີ່ໄດ້ມີຫໍມູນເຊື້ອເພື່ອວາງສະແດງຮູບພາບ, ຂໍ້ມູນ, ນິຕິກໍາ ວັດຖຸພັນ; ເພື່ອສ້າງໃຫ້ເປັນບ່ອນທັດສະນະສຶກສາອົບຮົມ ລູກຫຼານເຍົາວະຊົນຊາວຫນຸ່ມ ນັກຮຽນນັກສຶກສາ, ກຳມະການແນວລາວສ້າງຊາດແຕ່ລະຂັ້ນ, ພະນັກງານ-ລັດຖະກອນ, ຕະຫຼອດຮອດ  ຊັ້ນຄົນ, ປະຊາຊົນລາວບັນດາເຜົ່າ, ຄົນເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດ.

ໃນພິທີ ໄດ້ຮັບຟັງບົດລາຍງານຫຍໍ້ ກ່ຽວກັບຂະບວນການກະກຽມ ແລະ ການວາງສະແດງຫໍມູນເຊື້ອແນວລາວສ້າງຊາດ, ຈາກນັ້ນ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາບໍລິສັດ, ນິຕິບຸກຄົນ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນວັດຖຸ-ປັດໄຈເຂົ້າໃນວຽກງານຫໍມູນເຊື້ອ ສນຊ, ທ່ານປະທານ ສນຊ ເປັນກຽດຂຶ້ນ ຕັດແຖບຜ້າ-ປ່ອຍປູມເປົ່າ, ເປີດປ້າຍຫໍມູນເຊື້ອແນວລາວສ້າງຊາດ ແລະ ເປີດແອັບຟຼິກເຄເຊິນ ເຊິ່ງເປັນພາຫະນະສື່ອອນລາຍໂດຍນໍາໃຊ້ສະມາດໂຟນ ຢ່າງເປັນທາງການ ພ້ອມກັນນັ້ນ, ກໍ່ໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນທ່ານປະທານ ສຸພານຸວົງ ຜູ້ນຳທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືຫມູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ, ທ່ານເປັນປັນຍາຊົນ, ເປັນເຊື້ອເຈົ້າຜູ້ຫນຶ່ງທີ່ມີນໍ້າໃຈຮັກຊາດອັດດູດດື່ມ, ມີນຳ້ໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ແລະ ປະຊາຊົນຈົນໄດ້ຮັບຂະຫນານນາມວ່າ ເຈົ້າຊາຍແດງ.

ພ້ອມກັນນີ້, ແຂກເຂົ້າຮ່ວມໃນພິທີຍັງໄດ້ເຂົ້າຊົມການວາງສະແດງຮູບພາບມູນເຊື້ອ, ຂໍ້ມູນນິຕິກໍາ, ວັດຖຸພັນ, ກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວ, ຊົມຟິມມູນເຊື້ອ 70 ປີ ແນວລາວສ້າງຊາດ; ໃນວາລະສຸດທ້າຍ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານ ສນຊ ຍັງໄດ້ຕາງໜ້າຄະນະພັກ-ຄະນະປະຈໍາກໍ່ຄືແຂກທີ່ມາຮ່ວມພິທີເປີດຫໍມູນເຊື້ອ ໄດ້ສະແດງຄວາມຮູ້ສຶກ ແລະ ລົງລາຍເຊັນຕໍ່ພິທີເປີດຫໍມູນເຊື້ອແນວລາວສ້າງຊາດຢ່າງເປັນທາງການຄັ້ງນີ້ອີກດ້ວຍ.

info@lfnd.org.la | 021 213754 | (856-21) 453191