ສູນກາງສະຫະພັນກຳມະບານລາວ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ(1 ກຸມພາ 1956-1 ກຸມພາ 2021) ຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນວັນທີ 1 ກຸມພາ 2021 ນີ້, ໂດຍການເປັນປະທານ ຂອງສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ, ມີບັນດາສະຫາຍຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ປະທານສະຫະພັນກຳມະບານຈາກກະຊວງ, ອົງການ ແລະ ບັນດາແຂວງທົ່ວປະເທດ ພ້ອມດ້ວຍສະມາຊິກກຳມະບານ ແລະ ກຳມະກອນ ເຂົ້າຮ່ວມ.
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານ ຄົບຮອບ 65 ປີ ນີ້, ສະຫາຍ ປະທານສູນກາງແນວລາວສ້າງຊາດ ຕາງໜ້າໃຫ້ກົມການເມືອງສູນກາງພັກ ກ່າວປາໄສຕໍ່ພິທີໂຮມຊຸມນຸມ ດັ່ງກ່າວ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ອົງການກໍາມະບານຂັ້ນຕ່າງໆ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃນທົ່ວປະເທດ ທີ່ໄດ້ເຊີດຊູນ້ໍາໃຈຮັກຊາດ, ຮັກລະບອບໃໝ່, ສາມັກຄີເປັນອັນໜຶ່ງອັນດຽວກັນ ຢູ່ອ້ອມຂ້າງສູນກາງພັກ ແລະ ລັດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ອຸທິດສະຕິປັນຍາ, ກໍາລັງວັງຊາ ແລະ ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດລວມ ຂອງປະເທດຊາດ ອັນແສນຮັກຂອງພວກເຮົາ ແລະ ໄດ້ຫວນຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງອົງການກຳມະບານລາວ ຕະຫຼອດໄລຍະ 65 ປີຜ່ານມາ.
ໂອກາດນີ້, ສະຫາຍ ປອ ໄຊສົມພອນ ພົມວິຫານ ໄດ້ມີບາງຄຳເຫັນເນັ້ນຕື່ມວ່າ : 1 ໃຫ້ສືບຕໍ່ບຸກທະລຸທາງດ້ານຈິນຕະນາການຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ແຂງແຮງກວ່າເກົ່າ, ສຶກສາອົບຮົມໃຫ້ເຂົາເຈົ້າເຫັນໄດ້ບົດບາດຂອງຕົນເອງ ເພື່ອສ້າງສະຕິເປັນເຈົ້າໃນການອອກແຮງງານ, ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ເພື່ອຍົກລະດັບສີມືແຮງງານ, ມີລະບຽບວິໄນໃນການອອກແຮງງານ ເພື່ອໃຫ້ການເປັນກໍາມະກອນອຸດສາຫະກໍາ ແລະ ທັນສະໄໝ; ສ້າງໃຫ້ເຂົາເຈົ້າມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີນໍ້າໃຈຮັກຊາດ, ຮັກອາຊີບ ແລະ ເຊື່ອໝັ່ນຕໍ່ການນນໍາພາຂອງພັກ-ລັດ; 2 ເອົາໃຈໃສ່ຂະຫຍາຍການຈັດຕັ້ງກໍາມະບານໃຫ້ເຂົ້າສູ່ຫົວໜ່ວຍແຮງງານຢ່າງກວ້າງຂວາງ ນັບທັງຂົງເຂດວິສາຫະກິດ, ທຸລະກິດເອກະຊົນ, ການລົງທຶນຂອງຕ່າງປະເທດ ເພື່ອໃຫ້ກໍາມະກອນ, ຜູ້ອອກແຮງງານ ໄດ້ຮັບການປົກປ້ອງ, ຄຸມຄອງຈາກການຈັດຕັ້ງສະຫະພັນກໍາມະບານລາວ; 3 ສູນກາງສະຫະພັນກໍາມະບານລາວ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ, ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວໃຫ້ແຂງແຮງ ແລະ ເປັນຮູບປະທໍາຫຼາຍກວ່າເກົ່າ ນັບທັງສະມາຊິກກໍາມະບານຢູ່ຕາມສໍານັກງານອົງການພັກ-ລັດ, ກໍາມະກອນ ແລະ ຜູ້ອອກແຮງງານຢູ່ແຕ່ລະຂົງເຂດ ເພື່ອບໍ່ໃຫ້ເຂົາເຈົ້າຖືກເອົາລັດ ເອົາປຽບຈາກຜູ້ໃຊ້ແຮງງານ, ການອອກແຮງງານໃຫ້ມີຄວາມປອດໄພ, ມີລະບົບສະຫວັດດີການສັງຄົມ, ມີວຽກເຮັດງານທໍາທີ່ໝັ້ນຄົງ ແລະ ມີລາຍຮັບທີ່ໝັ້ນທ່ຽງ; 4 ເພີ່ມທະວີວຽກງານຂະບວນການ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ຂັນແຂ່ງ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ, ການປັບປຸງຮູບແບບ ແລະ ເນື້ອໃນການເຄື່ອນໄຫວຂອງການຈັດຕັ້ງສະຫະພັນກໍາມະບານແຕ່ລະຂັ້ນ ຕ້ອງຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ, ຕິດແໜ້ນກັບການສົ່ງເສີມຕົວແບບການຜະລິດ, ຜູ້ອອກແຮງງານທີ່ດີເດັ່ນ, ມີຫົວຄິດປະດິດສ້າງ ແລະ ຊອກຫາວິລະຊົນແຮງງານຢູ່ໃນຂົງເຂດຕ່າງໆ; 5 ເອົາໃຈໃສ່ການພົວພັນຮ່ວມມື ກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ດ້ວຍຄວາມເປັນເຈົ້າການ ຕາມແນວທາງການຕ່າງປະເທດຂອງພັກ ແລະ ລັດ ເພື່ອຍາດແຍ່ງເອົາ ບົດຮຽນ ແລະ ເຕັກນິກວິທະຍາສາດ ເຂົ້າໃນການພັດທະນາວຽກງານກໍາມະບານ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າຢ່າງຈະແຈ້ງ.
ພ້ອມກັນນີ້ ສູນກາງສະຫະພັນກຳມະບານລາວ ໄດ້ປະດັບຫຼຽນກາກຳມະບານ ໃຫ້ສະຫາຍ ປອ ໄຊສົມພອນພົມວິຫານ ແລະ ໄດ້ຈັດກອງປະຊຸມວິທະຍາສາດ ໃນຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຕື່ມອີກ.