ສູນກາງແນວລາວສ້າງຊາດ ໄດ້ມີພິທີໂຮມຊຸມນຸມຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ຂອງສູນກາງແນວລາວສ້າງຊາດ ເພື່ອຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ຈາກສະຖານີໂທລະພາບແຫ່ງຊາດລາວ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມໃຫຍ່ສະພາແຫ່ງຊາດ.
ໂດຍໃຫ້ກຽດເຂົ້າຮ່ວມຮັບຊົມຂອງທ່ານ ນາງ ຄຳຈັນ ພົມແສງສະຫວັນ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳ, ຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ພ້ອມດ້ວຍພະນັກງານສູນກາງແນວລາວສ້າງຊາດເຂົ້າຮ່ວມຢ່າງພ້ອມພຽງ ວັນທີ 13 ສິງຫາ 2021 ນີ້. ການໂຮມຊຸມນຸມຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ໂອກາດນີ້ ໄດ້ຮັບຊົມປະຫວັດຄວາມເປັນມາໃນການສ້າງຕັ້ງລັດຖະທຳມະນູນ, ການສະແດງສີລະປະວັດທະນະທຳ ເພື່ອເປັນການຂ່ຳນັບຊົມເຊີຍຕໍ່ວັນດັ່ງກ່າວ, ການຂື້ນກ່າວຄຳປາໄສຕໍ່ພິທີໂຮມຊຸມນຸມຂອງທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຮັບຊົມການຂື້ນກ່າວສູນທອນພົດຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.
ເຊິ່ງບົດສູນທອນພົດດັ່ງກ່າວ ມີເນື້ອໃນ ແລະ ຄວາມໝາຍສຳຄັນຍິ່ງ ໄດ້ເຮັດໃຫ້ພະນັກງານ-ສະມາຊິກພັກເຊື່ອມຊຶມ, ກຳແໜ້ນ, ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນຕື່ມ ກ່ຽວກັບລັດຖະທຳມະນູນແຫ່ງຊາດ.