ໃນວັນທີ 26 ສິງຫາ 2021 ນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ ແນວລາວສ້າງຊາດແຂວງໄດ້ ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ(13 ສິງຫາ 1950–13 ສິງຫາ 2021) ຂື້ນຢ່າງເປັນທາງການ, ເປັນກຽດຂື້ນປາຖະກະຖາໂດຍ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຊຽງຂວາງ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາກຳມະການພັກແຂວງ, ຫົວໜ້າ – ຮອງຫົວໜ້າຫ້ອງການອ້ອມຂ້າງຂອງແຂວງ, ພະນັກງານບຳນານ, ຜູ້ຊົງຄຸນວຸດທິ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານແນວລາວສ້າງຊາດແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ໜໍບີຫາ ຕົ່ງປາວ ໄດ້ຫວນຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ຕະຫຼອດໄລຍະ 71 ປີ ໂດຍຜ່ານ 3 ໄລຍະປະຫວັດສາດ ຄື: ໄລຍະທີ່ 1; 13 ສີງຫາ 1950 ກອງປະຊຸມໃຫຍ່ຜູ້ແທນລາວຕໍ່ຕ້ານ ໄດ້ໄຂຂຶ້ນທີ່ແຂວງຕວຽນກວາງ ສສ ຫວຽດນາມ ແລະ ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃສ່ຊື່ວ່າ ″ແນວລາວອິດສະຫຼະ″ ໂດຍແມ່ນປະທານ ສຸພານຸວົງ ເປັນປະທານ ເຊີງເຮັດບົດບາດນໍາພາເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດສຳເລັດພາລະກໍາປະຫວັດສາດ ອັນສະຫງ່າອົງອາດ ໃນການປົດປ່ອຍປະເທດຊາດອອກຈາກແອກລ່າເມືອງຂຶ້ນແບບເກົ່າ, ບັງຂັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງເຊັນສັນຍາເຊີແນວປີ 1954, ຍອມຮັບຮູ້ເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງລາວ; ມາໃນວັນທີ 6-9 /1956 ທີ່ບ້ານເລີຍ ຕາແສງເມືອງພູນ, ເມືອງໂສຍ ແຂວງຫົວພັນ ແນວລາວອິດສະຫຼະໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂື້ນ ແລະ ໄດ້ປ່ຽນຊື່ “ແນວລາວອິດສະຫຼະ” ມາເປັນ“ແນວລາວຮັກຊາດ” ໂດຍແມ່ນປະທານ ສຸພານຸວົງ ເປັນປະທານ. ຈາກນັ້ນ, ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ໄດ້ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ເຫັນໄດ້ວ່າປະເທດຊາດມີສະຖຽນລະພາບໝັ້ນຄົງ ແລະ ຢູ່ໃນໄລຍະການປ່ຽນແປງໃໝ່ກ້າວເດີນຕາມສັງຄົມນິຍົມ ໂດຍປະຕິບັດຕາມສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ມາໃນວັນທີ 16-20 ກຸມພາ 1979 ຄະນະກໍາມະການແນວລາວຮັກຊາດ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນຢູ່ທີ່ ສະໂມສອນໜອງບອນ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມໄດ້ມີມະຕິຕົກລົງປ່ຽນຊື່ “ແນວລາວຮັກຊາດ” ມາເປັນ “ແນວລາວສ້າງຊາດ” ໃນປັດຈຸບັນ.
ແນວລາວສ້າງຊາດ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວມາແລ້ວ X ສະໄໝ ແລະ ກອງປະຊຸມໃຫຍ່ໃນແຕ່ລະສະໄໝ ຂອງສູນກາງແນວລາວສ້າງຊາດ ແມ່ນໄດ້ສືບຖອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລ່າສີ ຂອງແນວລາວສ້າງຊາດ, ພ້ອມທັງຫັນແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງລັດ ມາເປັນແຜນງານ, ໂຄງການ, ນຳພາຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈີງ ເພື່ອເຮັດໃຫ້ແນວລາວສ້າງຊາດທຸກຂັ້ນ ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າຢ່າງໜັກແໜ້ນ, ໄດ້ປຸກລະດົມປວງຊົນລາວບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງເປັນຂະບວນຟົດຟື້ນ.
ສັງລວມແລ້ວ, ປະຫວັດສາດຂອງແນວລາວສ້າງຊາດ ແມ່ນໄດ້ຜ່ານຜ່າເສັ້ນທາງອັນລະອິດລະອ້ຽວ, ຫຍຸ້ງຍາກສັບສົນ, ມີໄລຍະທີ່ຕ້ອງເສຍສະຫຼະທັງຊັບສີນ, ເລືອດເນື້ອ ແລະ ຊີວິດ, ເພື່ອພາລະກິດລວມຂອງຊາດ; ເຖີງຢ່າງໃດກໍ່ ແນວລາວສ້າງຊາດທຸກຂັ້ນໄດ້ພ້ອມກັນບຸກບືນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມສາມັກຄີທົ່ວປວງຊົນ, ເຂົ້າຮ່ວມທຸກຂະບວນການ, ປັບປຸງ ແລະ ເດັດດ່ຽວໜຽວແໜ້ນໄປຕາມການຊີ້ນຳ-ນຳພາຂອງພັກ-ລັດ ໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.