ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ

ໃນວັນທີ 15 ກໍລະກົດ 2020 ຢູ່ສູນກາງແນວລາວສ້າງຊາດ ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955-20 ກໍລະກົດ 2020 ) ເພື່ອໃຫ້ເອື້ອຍ-ນ້ອງສະມາຊິກແມ່ຍິງຮັບຮູ້ເຂົ້າໃຈກ່ຽວກັບການກໍາເນີດເກີດຂຶ້ນ ແລະ ມູນເຊື້ອຂອງວັນສໍາຄັນດັ່ງກ່າວ ໂດຍເຂົ້າຮ່ວມ ຂອງທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານ ສນຊ,  ມີຮອງ​ປະທານ, ຄະນະ​ປະ​ຈໍາ, ຄະນະບໍລິຫານງານສະຫະພັນແມ່ຍິງ ສນຊ, ແຂກຖືກເຊີນ ແລະ ເອື້ອຍ-ນ້ອງສະມາຊິກແມ່ຍິງເຂົ້າຮ່ວມ.

ໃຫ້ກຽດປາຖະກະຖາ ໂດຍ ທ່ານ ດຣ ນາງ ອິນລາ​ວັນ ​ແກ້ວ​ບຸນ​ພັນ, ກໍາມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ,  ທ່ານ ໄດ້ຍົກໃຫ້ເຫັນການມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວຕະຫຼອດໄລຍະ 65 ປີ ຜ່ານມາ ເອື້ອຍ-ນ້ອງແມ່ຍິງ ໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໜ່ ດ້ວຍຫຼາຍຮູບການ, ການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມກັນກັບການປະຕິວັດ ແມ່ຍິງໄດ້ສະໝັກເຂົ້າເປັນກອງຫຼອນ, ເຂົ້າຮ່ວມລໍາລຽງຂົນສົ່ງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ, ໃຫ້ກໍາລັງປະຕິວັດ, ແມ່ຍິງລາວທີ່ຢູ່ເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ, ເຖິງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງ ແຕ່ກໍບໍສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວໄດ້, ກົງກັນຂ້າມ ຍິ່ງຖືກປາບປາມເທົ່າໃດ ແປວໄຟແຫ່ງຄວາມຮັກຊາດ ແລະ ຄວາມຄຽດແຄ້ນສັດຕູກໍຍິງເພີ່ມທະວີຂຶ້ນ; ພາຍໃຕ້ການນໍາພາຂອງພັກ ອົງການຈັດຕັ້ງແມ່ຍິງຢູ່ຂັ້ນຮາກຖານ ໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເປັນຕົ້ນກໍາເນີດຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ, ເພື່ອນໍາພາຂະບວນການແມ່ຍິງລາວໃນທົ່ວປະເທດ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວ ປະຕິບັດຕາມຄໍາຂັວນທີ່ວ່າ ທຸກສິ່ງຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເພື່ອຕີເອົາຊະນະຈັກກະພັດ ແລະ ລູກມື ຈາການການປະກອບສ່ວນຢ່າງຕັ້ງໜ້າຄຽງບ່າຄຽງໄລ່ກັບເພດຊາຍ ຈຶ່ງເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ທັງເປັນການປະກອບສ່ວນໃນການລຸກຮື້ຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ ຂະບວນການປະຕິວັດຂອງເອື້ອຍ-ນ້ອງແມ່ຍິງໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງໃນທຸກຂົງເຂດວຽກງານ, ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ, ກອງປະຊຸມໄດ້ຕົກລົງປ່ຽນຊື່ຈາກ ສະມາຄົມແມ່ຍິງລາວຮັກຊາດ ມາເປັນ ສະຫະພັນແມ່ຍິງລາວ.

ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້​ພະນັກງານ-ລັດຖະກອນ​ ໂດຍ​ສະ​ເພາະ​ເອື້ອຍ-​ນ້ອງ​ແມ່ຍິງ ພາຍ​ໃນ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໄດ້​ຮັບ​ຮູ້, ​ເຂົ້າ​ໃຈ ​ເຊື່ອ​ຊືມຕໍ່​ມູນ​ເຊື້​ອດັ່ງກ່າວ ​ແລະ ພ້ອມ​ກັນ​ນໍາ​ໄປ​ຈັດ​ຕັ້ງ​ຜັ້ນຂະຫຍາຍ​ຈັດ​ຕັ້ງ​ປະຕິບັດເຂົ້າ​ໃນວຽກ​ງານ​ຂອງ​ຕົນ​ໃຫ້​ມີ​ໜາ​ກຜົນ​.

info@lfnd.org.la | 021 213754 | (856-21) 453191