ໃນວັນທີ 3 ກຸມພາ 2021 ນີ້, ແນວລາວສ້າງຊາດແຂວງວຽງຈັນ ໄດ້ຈັດພິທີມອບຮັບໜ້າທີ່ ລະຫວ່າງ ປະທານແນວລາວສ້າງຊາດແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານ-ຮອງປະທານແນວລາວສ້າງຊາດເມືອງ ອ້ອມຂ້າງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງສະຫວັນ ວົງສຳພັນ ປະທານແນວລາວສ້າງຊາດແຂວງວຽງຈັນ(ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແນວລາວສ້າງຊາດ ໃນໄລຍະ 5 ປີຜ່ານມາ ເຊິ່ງສະແດງອອກເຖິງຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໄດ້ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີປອງດອງ ປະຊາຊົນບັນດາເຜົ່າ, ປຸກລະດົມປະຊາຊົນໃນທົ່ວແຂວງວຽງຈັນ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາຮີດຄອງປະເພນີອັນດີງາມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ, ເກັບກຳຫາງສຽງຄວາມມຸ່ງມາດປາຖະໜາຂອງປະຊາຊົນ ພ້ອມທັງຮັບຟັງຄຳຄິດເຫັນ ເພື່ອແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຮັບຜິດຊອບ, ເປັນໃຈກາງປະສານສົມທົບກັບບັນດາອົງການຈັດຕັ້ງພາຄີ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສ້າງໄດ້ຄອບຄົວ ແລະ ບ້ານສາມັກຄີປອງດອງ ທົ່ວແຂວງ ສາມາດປະກາດໄດ້ 252 ບ້ານ, ມີ 55.567 ຄອບຄົວ ແລະ ກຳລັງກະກຽມເປີດເມືອງວຽງຄໍາເປັນເມືອງສາມັກຄີປອງດອງໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ທອງສະຫວັນ ວົງສຳພັນ ປະທານແນວລາວສ້າງຊາດ(ຜູ້ເກົ່າ) ແລະ ທ່ານ ເທບພະໄທ ແກ້ວເຂັມເພັດ ປະທານແນວລາວສ້າງຊາດ(ຜູ້ໃໝ່) ໄດ້ເຊັນບົດບັນທຶກມອບວຽກງານ ຢ່າງເປັນທາງການ ເພື່ອມອບວຽກງານແນວລາວສ້າງຊາດໃຫ້ ປະທານແນວລາວສາ້ງຊາດແຂວງ(ຜູ້ໃໝ່) ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ຢ່າງຕັ້ງໜ້າ ແລະ ປັບປຸງແກ້ໄຂວຽກງານຕ່າງໆທີ່ກ່ຽວຂ້ອງ ກໍ່ຄືແຜນການໃນ 5 ປີຕໍ່ໜ້າ.
ຕອນທ້າຍພິທີ ທ່ານ ເຈົ້າແຂວງໆວຽງຈັນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນການເຄື່ອນໄຫວ ຂອງຄະນະກຳມະການແນວລາວສ້າງຊາດແຂວງຊຸດເກົ່າ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຄະນະກຳມະການແນວລາວສ້າງຊາດແຂວງຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຜູ້ແທນແນວລາວສ້າງຊາດແຂວງວຽງຈັນ ລົງສູ່ທ້ອງຖິ່ນໃຫ້ເລິກເຊິ່ງກວ້າງຂວາງ, ຫັນເອົາວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ ຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການແນວລາວສ້າງຊາດຂັ້ນເມືອງ, ຂັ້ນບ້ານ, ສ້າງກອງທຶນພັດທະນາ, ສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ພ້ອມທັງນຳເອົາເນື້ອໃນຈິດໃຈພິທີໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.