ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2021 ນີ້ ໄດ້ມີພິທີມອບຮັບວຽກລະຫວ່າງປະທານ ແລະຮອງປະທານ ແນວລາວສ້າງຊາດເມືອງຄູນ ແຂວງຊຽງຂວາງຂື້ນຢ່າງເປັນທາງການ. ຢູ່ທີ່ຫ້ອງປະຊຸມຊັ້ນ2 ຫ້ອງວ່າການເມືອງຄູນ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທາານແນວລາວສ້າງຊາດແຂວງຊຽງຂວາງ, ມີທ່ານ ວຽງພອນ ເມືອງຈະເລີນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄູນ, ທ່ານ ຄຳສີ ພິລາວົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງ, ຕະຫຼອດຮອດພະນັກງານວິຊາການແນວລາວສ້າງຊາດເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການສະຫຼຸບລາຍງານ ການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານໃນຂົງເຂດແນວລາວສ້າງຊາດ ໃນໄລຍະຜ່ານມາໂດຍຫຍໍ້ຈາກທ່ານ ຄຳໝັ້ນຊົ່ງ ເຢ່ຍຈື້, ອະດີດປະທານແນວລາວສ້າງຊາດເມືອງ (ຜູ້ເກົ່າ) ໃຫ້ທີ່ປະຊຸມໄດ້ຮັບຊາບ. ຈາກນັ້ນໄດ້ມີພິທີເຊັນບັນທຶກມອບ-ຮັບວຽກງານລະຫວ່າງປະທານແນວລາວສ້າງຊາດເມືອງ(ຜູ້ເກົ່າ) ມອບໃຫ້ທ່ານ ບົວລາ ໄຊຍະວົງ ຮອງປະທານແນວລາວສ້າງຊາດເມືອງຄູນຢ່າງເປັນທາງການ ເພື່ອສືບຕໍ່ຊີ້ນຳໆ ພາວຽກງານແນວລາວສ້າງຊາດເມືອງຄູນໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄວ້. ຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມໃຫ້ຄຳຄິດເຫັນຈາກທ່ານ ປະທານແນວລາວສ້າງຊາດແຂວງຊຽງຂວາງ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳ-ນຳພາ ຂອງປະທານແນວລາວສ້າງຊາດຜູ້ເກົ່າ ຕະຫຼອດໄລຍະທີ່ຜ່ານມາທີ່ໄດ້ປະຕິບັດວຽກງານແນວລາວສ້າງຊາດສຳເລັດໃນຫຼາຍດ້ານ. ພ້ອມນັ້ນ, ທ່ານຍັງໄດ້້ຮຽກຮ້ອງໃຫ້ຮອງປະທານແນວລາວສ້າງຊາດ(ຜູ້ຮັບວຽກໃໝ່)ຈົ່ງສືບຕໍ່ຊີ້ນຳ-ນຳພາເຮັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍສຳເລັດຜົນ, ສືບຕໍ່ກໍ່ສ້າງພະນັກງານການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃນທົ່ວປວງຊົນ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ພ້ອມກັນສ້າງສາ ແລະພັດທະນາປະເທດຊາດກໍ່ຄືຂົງເຂດວຽກງານແນວລາວສ້າງຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຍີ່ງໆຂື້ນ.
ພາບ-ຂ່າວ: ເບ່ຕ່າ ໄຊປັນຍາ