ບໍລິສັດໄທເມດ ຈໍາກັດ ໄດ້ນໍາເອົາ ຜ້າຫົ່ມ ແລະ ຢາປົວພະຍາດມາຊ່ວຍເຫຼືອເພື່ອບັນເທົາທຸກໃນລະດູໜາວມາມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອມອບຕໍ່ໃຫ້ແຂວງ ຊຽງຂວາງ ໂດຍສະເພາະແມ່ນ 3 ເມືອງຄື: ເມືອງຜາໄຊ, ເມືອງພູກູດ ແລະ ເມືອງໝອກ ລວມມູນຄ່າ 23 ລ້ານກວ່າກີບ ໃນວັນທີ 1 ມີນາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ ໂດຍເປັນກຽດກ່າວມອບຂອງທ່ານ ນາງ ເລີດມະນີ ລາຊຈໍາພອນ ຕາງໜ້າບໍລິສັດ ໄທເມດ ຈໍາກັດ , ກ່າວຮັບໂດຍທ່ານ ດຣ. ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ.
ໃນໂອກາດນີ້, ທ່ານ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ ບໍລິສັດ ໄທເມດ ຈໍາກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖໍາ ເຄື່ອງຊ່ວຍເຫຼືອ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຢູ່ແຂວງ ຊຽງຂວາງ. ພ້ອມກັນນີ້, ທ່ານ ໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນດັ່ງກ່າວຕໍ່ໃຫ້ແກ່ ທ່ານ ສຸວັນທອນ ພົມມະຈັນ ຫົວໜ້າຂະແໜງປະເມີນຜົນ, ພະແນກແຜນການ ແລະ ການລົງທືນ ແຂວງຊຽງຂວາງ ຊຶ່ງທ່ານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນກາງແນວລາວສ້າງຊາດ ແລະ ບໍລິສັດໄທເມດ ຈໍາກັດ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະເອົາເຄື່ອງຈໍານວນດັ່ງກ່າວໄປມອບໃຫ້ຕາມເປົ້າໝາຍ.