ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີ ມອບ – ຮັບ ສູນກະສິກຳກອງທຶນບ້ານສາມັກຄີແນວລາວສ້າງຊາດ

        ໃນຕອນບ່າຍ ຂອງວັນທີ 6 ກໍລະກົດ 2020  ຄະນະຮັບຜິດຊອບໂຄງການຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການທ່ອງທ່ຽວ ຢູ່ແຂວງສະຫວັນນະເຂດ ໄດ້ຈັດພິທີ “ມອບ-ຮັບ” ສູນກະສິກຳ ໃຫ້ກອງທຶນບ້ານສາມັກຄີແນວລາວສ້າງຊາດ ບ້ານດົງຄຳໝື່ນ, ເມືອງຈຳພອນ, ແຂວງສະຫວັນນະເຂດ. ເປັນກຽດເຂົ້າຮ່ວມໃນງານພິທີ ຂອງ

ທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ; ທ່ານ ຄໍາລຸຍ ຍາດຕິວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຈໍາພອນ; ທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງສະຫວັນນະເຂດ, ທ່ານ ອຸດອນ ບຸດໃບບຸນ, ຫົວໜ້າພະແນກຄົ້ນຄວ້າຫຼັກສູດ ຕາງໜ້າສູນກາງແນວລາວສ້າງຊາດ; ທ່ານ ບຸນຖັນ ວົງສຸລິ ຮອງປະທານກຸ່ມບໍລິສັດພົງສະຫວັນຈໍາກັດ, ປະທານສະພາບໍລິຫານທະນາຄານພົງສະຫວັນ ຈໍາກັດ. ມີບັນດາທ່ານ ຄະນະປະສານງານ ຊຸກຍູ້ໂຄງການ ຂັ້ນແຂວງ, ຂັ້ນເມືອງ, ເລຂາໜ່ວຍພັກ, ນາຍບ້ານ ແລະ ສະມາຊິກກອງທຶນບ້ານສາມັກຄີແນວລາວສ້າງຊາດ ເຂົ້້າຮ່ວມເປັນສັກຂີພະຍານ “ມອບ-ຮັບ” ສູນກະສິກຳໃນຄັ້ງນີ້. ໃນໂອກາດດຽວກັນນີ້ ກໍໄດ້ມີການເຊັນບົດບັນທຶກຊ່ວຍຈຳ ຈຳນວນ 4 ສະບັບ ເຊິ່ງໄດ້ແກ່     ບົດບັນທຶກ ມອບ-ຮັບ ໂຄງການປູກເຂົ້ານາໄຮ່ໃຫຍ່ 50 ເຮັກຕາ ຂອງກອງທຶນເມືອງສາມັກຄີແນວລາວສ້າງຊາດ ເມືອງຈຳພອນ ລົງນາມໂດຍ ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງໆຈຳພອນ ແລະ ທ່ານ ປອ ນາງ ພູດາໄລ ລັດວິໄລວົງຜູ້ອຳນວຍການບໍລິສັດ ສະຫວັນສົ່ງເສີມການຜະລິດເປັນສິນຄ້າ ຈຳກັດຜູ້ດຽວ;  ບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ຊື້-ຂາຍເຂົ້າ ລະຫວ່າງ ບໍລິສັດໄພບູນການຄ້າ ຂາອອກ-ຂາເຂົ້າ ຈຳກັດ ແຂວງສະຫວັນນະເຂດ ກັບ ບໍລິສັດ ສະຫວັນສົ່ງເສີມການຜະລິດເປັນສິນຄ້າ ຈໍາກັດຜູ້ດຽວ; ໂຮງສີເຂົ້າ “ຍອດອ້ອຍ” ແລະ ໂຮງສີເຂົ້າທ້າວ ສັງຄົມ ກົມຈັນທາ ເພື່ອສະໜອງການສົ່ງອອກເຂົ້າ ໄປຕະຫຼາດຕ່າງປະເທດ.

ສູນກະສິກໍາກອງທຶນບ້ານສາມັກຄີແນວລາວສ້າງຊາດ ບ້ານດົງຄຳໝຶ່ນ ເປັນສູນຕົວແບບດ້ານການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນໂຄງການກອງທຶນບ້ານສາມັກຄີແນວລາວສ້າງຊາດ ໂດຍການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ ແລະ ກຸ່ມບໍລິສັດພົງສະຫວັນ ຈຳກັດ ເຊິ່ງໄດ້ລົງນາມ ເຊັນບົດບັນທຶກຮ່ວມມື ໃນປີ 2017. ພາຍຫຼັງມອບ-ຮັບ ສູນດັ່ງກ່າວ ຄະນະນຳເມືອງຈຳພອນ ແລະ ກອງທຶນບ້ານສາມັກຄີແນວລາວສ້າງຊາດ ບ້ານດົງຄຳໝື່ນ ຈະເປັນຜູ້ຄຸ້ມຄອງ ບໍລິຫານແລະ ເຄື່ອນໄຫວກິດຈະກຳຕ່າງໆ ຕາມແຜນທີ່ວາງໄວ້ ໃຫ້ໄດ້ຮັບປະສິດທິພາບ, ປະສິດທິຜົນສູງສຸດ. ປັດຈຸບັນ ໂຄງການໄດ້ລົງທຶນໃສ່ ການກໍ່ສ້າງສູນກະສິກຳ ແລະ ຊື້ເຄື່ອງກົນຈັກທັນສະໄໝ ລວມເປັນມູນຄ່າ 3.65 ຕື້ກວ່າກີບ ເຊິ່ງປະກອບມີຫ້ອງການກອງທຶນບ້ານ, ລົດໄຖນາ 2 ຄັນ, ລົດດໍານາ 1 ຄັນ, ລົດກ່ຽວເຂົ້າ 1 ຄັນ, ໂຮງອົບເຂົ້າ, ສາງເກັບເຂົ້າ, ໂຮງເຮືອນປູກເຫັດຂາວ, ປູກໝາກແຕງແຄນຕາລຸກ, ປູກໝາກລາແຊັງ, ປູກໝາກເລັ່ນນ້ອຍ, ສວນປູກໝາກມັງກອນ ແລະ ໝາກໄມ້ໃຫ້ໝາກ, ແນວພັນພືດ, ແນວພັນເຂົ້າ, ປຸ໋ຍຊີວະພາບ ແລະ ອື່ນໆ; ໃນຕົ້ນປີ 2020 ນີ້ ສູນກະສິກຳບ້ານດົງຄຳໝື່ນ ໄດ້ຜລິດກະສິກຳ ເປັນຕົ້ນ ແມ່ນເຫັດຂາວ, ໝາກແຕງແຄນຕາລຸກ, ໝາກເລັ່ນນ້ອຍ ອອກຈຳໜ່າຍສູ່ທ້ອງຕະຫຼາດ ເກັບລາຍຮັບເຂົ້າກອງທຶນໄດ້ ທັງໝົດ 34,763,000 ກີບ ແລະ ກອງທຶນກໍາລັງສຸມໃສ່ການຜລິດເຂົ້ານາປີ ແລະ ນາແຊງ ໃນໂຄງການນາໄຮ່ໃຫຍ່ 50 ເຮັກຕາ ເພື່ອເປັນແບບຢ່າງ ການຜລິດໃຫ້ແກ່ເມືອງ ແລະ ແຂວງອື່ນ ທີ່ຢູ່ໃນໂຄງການ.

info@lfnd.org.la | 021 213754 | (856-21) 453191