ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນ ໃນວັນທີ 11 ຕຸລານີ້, ທີ່ ສູນກາງແນວລາວສ້າງຊາດ, ຕາງໜ້າມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ແມ່ນທ່ານ ຢານ ເດລບາເຮີ ຜູ້ອໍານວຍການ ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ແລະ ກ່າວຮັບຂອງ ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ
ອົງການອາຫານໂລກ ມອບອຸປະກອນ ຄອມພິວເຕີໂນດບຸກ 35 ໜ່ວຍ, ປິ້ນເຕີ 32 ເຄື່ອງ, ເຄື່ອງກ໋ອບປີ້ເອກະສານໃຫຍ່ 1 ເຄື່ອງ, ກ້ອງຖ່າຍຮູບ 2 ເຄຶ່ອງ, ແທັບແລັດ 32 ເຄື່ອງ, ຢູເອັດບີ້ 32 ອັນ ແລະ ລົດຈັກ 32 ຄັນ ນໍາມາມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອນໍາໃຊ້ເຂົ້າໃນການເກັບກໍາຂໍ້ມູນ, ຕິດຕາມກວດກາ ແລະ ລວບລວມຂໍ້ມູນກ່ຽວກັບໂຄງການທີ່ອົງ ການອາຫານໂລກໄດ້ໃຫ້ການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ໂດຍສະເພາະ ວຽກງານອາຫານທ່ຽງໃນໂຮງຮຽນ, ວຽກ ງານດ້ານສຸຂະພາບ ແລະ ໂພຊະນາການ ຊຶ່ງທັງສອງອົງການໄດ້ຮ່ວມມືກັນໃນວັນທີ 4 ເມສາ 2018 ເປັນຕົ້ນມາ ກ່ຽວກັບການຊ່ວຍເຫຼືອດ້ານເຕັກນິກ, ການລະດົມຊຸມຊົນ, ການເກັບກໍາຂໍ້ມູນ ແລະ ການຕິດຕາມກວດກາ, ລວມເຖິງການລາຍງານປະຈໍາເດືອນຂອງວຽກງານດັ່ງກ່າວ.