ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອ  

ພິທີ ມອບ-ຮັບ ເສື້ອກັນໜາວ ຈໍານວນ 150 ພື້ນ ລວມມູນຄ່າ 5 ລ້ານກວ່າກີບ ໃຫ້ ສູນກາງແນວລາວສ້າງຊາດ (ສນຊ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນ ທີ່ເມືອງກາສີ, ແຂວງ ວຽງຈັນ, ພິທີຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2021 ນີ້, ທີ່ ສນຊ ໂດຍການກ່າວມອບຂອງ ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ກຳມະທິການສາທາລະນູປະການ, ຫົວຫນ້າໜ່ວຍງານ ສັງຄົມສົງເຄາະ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫລວງວຽງຈັນ, ຄະນະທີ່ປຶກສາແລະ ຄູ່ຮ່ວມງານ ວຽກງານສາສະໜາ ແລະ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ຂອງສູນກາງແນວລາວສ້າງຊາດ ເປັນກຽດກ່າວຮັບໂດຍ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພຣະອາຈານ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາ ເຄື່ອງຊ່ວຍເຫຼືອຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກພຣະອາຈານຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191