ພິທີ ເຊັນສັນຍາລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 26 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ນໍາໂດຍ ສະຫາຍ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍ ສະຫາຍ ໂດ ວັນ ຈຽນ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ສອງຝ່າຍໄດ້ ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງສອງອົງການແນວໂຮມ ໄລຍະປີ 2016-2020; ບົນພື້ນຖານແທດເໝາະກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະຝ່າຍທີ່ໄດ້ເຊັນຮ່ວມກັນ; ໄດ້ແລກປ່ຽນ ແລະ ເປັນເອກະພາບນຳກັນກ່ຽວກັບເນື້ອໃນການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄລຍະປີ 2022-2027 ດັ່ງນີ້: ຊຸກຍູ້ການໂຄສະນາ ຂອງບັນດາຊັ້ນຄົນ, ເປັນຕົ້ນແມ່ນ ຄົນຮຸ່ນໜຸ່ມ ຂອງສອງປະເທດ ເຂົ້າໃຈຈະແຈ້ງກ່ຽວກັບຄວາມສຳຄັນດ້ານຍຸດທະສາດ ຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ພ້ອມກັນເພີ່ມພູນຄູນສ້າງ ໃຫ້ສາຍພົວພັັນທີ່ເປັນມູນເຊື້ອອັນດີງາມ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ພັດທະນາຢ່າງໝັ້ນຄົງ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊຶ່ງກັນ ແລະ ກັນ ເພື່ອຮັບປະກັນ ຮັກສາສະພາບແວດລ້ອມສັນຕິພາບ, ໝັ້ນຄົງ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ຂອງສອງປະເທດ; ແຕ່ລະປີ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ໂດຍແມ່ນປະທານ ຫຼື ຮອງປະທານ ເປັນຫົວໜ້າຄະນະ ຝ່າຍລະ 01 ຄະນະ ຢ້ຽມຢາມຊຶ່ງກັນ ແລະ ກັນກ່ຽວກັບວຽກງານແນວໂຮມ; ທຸກໆ 02 ປີ, ສອງຝ່າຍປ່ຽນກັນເປັນເຈົ້າພາບ ໃນການຈັດກອງປະຊຸມສາກົນ ເສີມສ້າງເສັ້ນຊາຍແດນລາວ-ຫວຽດນາມ, ຫວຽດນາມ-ລາວ; ແຕ່ລະປີ, ຕາມການສະເໜີ ຂອງຝ່າຍລາວ, ຫວຽດນາມ ພ້ອມທີ່ຈະແຕ່ງຕັ້ງຜູ້ຊ່ຽວຊານ ມາລາວເພື່ອບັນຍາຍ ຫຼື ຕ້ອນຮັບຄະນະຜູ້ແທນຝ່າຍລາວໄປຄົ້ນຄ້ວາ, ຮຽນຮູ້ ວຽກງານແນວໂຮມ ຢູ່ ສສ ຫວຽດນາມ; ສອງຝ່າຍ ປະສານສົມທົບກັນ ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ທີ່ກ່ຽວຂ້ອງກັບຂົງເຂດວຽກງານແນວໂຮມ; ປຸກລະດົມຂົນຂວາຍປະຊາຊົນສ້າງຊາຍແດນເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ສອງຝ່າຍປະສານສົມທົບກັບແນວໂຮມສາມັກຄີພັດທະນາ ມາຕຸພູມກຳປູເຈຍ ໃນການຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາ ມາຕຸພູມກຳປູເຈຍ (ໄລຍະປີ 2021-2023) ຈັດກອງປະຊຸມປະທານແນວໂຮມ 03 ປະເທດກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ ສປປ ລາວ; ໃນປີ 2027, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ຄົບຮອບ 65 ປີ (05/9/1962 – 05/9/2027) ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຄົບຮອບ 50ປີ (18/7/1977 – 18/7/2027), ສອງຝ່າຍປະສານສົມທົບກັນຈັດຕັ້ງປະຕິບັດບັນດາກິດຈະກຳຕາມແຜນນະໂຍບາຍລວມຂອງພັກ, ລັດສອງຊາດລາວ-ຫວຽດນາມ; ສອງຝ່າຍປະສານສົມທົບໃນການເກັບກຳຄຳຄິດຄຳເຫັນຄວາມມຸ້ງມາດປາດຖະໜາ, ໂດຍສະເພາະ ສອງອົງການແນວໂຮມ ຂອງສອງປະເທດ ເພື່ອແນໃສ່ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ, ເພື່ອເປັນການປະກອບສ່ວນ ໃຫ້ແກ່ການພັດທະນາໃນແຕ່ລະປະເທດ, ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ; ພ້ອມກັນປະສານສົມທົບຕິດຕາມ ແລະ ຊຸກຍູ້ປະຕິບັດບັນດາສັນຍາ, ສົນທິສັນຍາ, ບົດບັນທຶກ, ແຜນການຮ່ວມມືຂອງສອງປະເທດ ແລະບັນດາທ້ອງຖິ່ນ ທີ່ໄດ້ເຊັນຮ່ວມກັນ ໃຫ້ໄດ້ຮັບຜົນສຳເລັດ; ບົດບັນທຶກສັນຍາວ່າດ້ວຍການຮ່ວມມືສະບັບນີ້ ມີກຳນົດເວລາ (05 ປີ)


