ພິທີປະດິດສະຖານຮູບປັ້ນ ໂຮເຊ ມາກຕີ ວິລະຊົນແຫ່ງຊາດ ສ. ກູບາ
ເຊົ້າວັນທີ 20 ຕຸລາ 2020, ສະຫາຍ ຈັນທະວົງ ແສນອາມາດມົນຕີ, ຮອງປະທານ ສນຊ ໄດ້ເຂົ້າຮ່ວມພິທີ ປະດິດສະຖານຮູບປັ້ນເຄິ່ງຄີງຂອງສະຫາຍ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດ ສ. ກູບາ; ພິທີເປີດປ້າຍໂຮງຮຽນມັດທະຍົມສົມບູນ ດົງບັງ ມິດຕະພາບ ລາວ-ກູບາ ແລະ ຮັບເອົາໂຮງຮຽນດັ່ງກ່າວເປັນສາຂາ ແລະ ສະມາຊິກຮວມໝູ່ຂອງ ສະມາຄົມມິດຕະພາບລາວ-ກູບາ. ໂດຍປະຕິບັດຕາມການຕົກລົງຂອງ ກົມການເມືອງສູນກາງພັກ ແລະ ລັດຖະບານແຫ່ງ ສປປ ລາວ, ສະມາຄົມມິດຕະພາບ ລາວ-ກູບາ, ສະຖານເອກອັກຄະລັດຖະທູດ ກູບາ ແລະບັນດາພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີດັ່ງກ່າວຂຶ້ນ ໃນວັນວັດທະນະທຳແຫ່ງຊາດຂອງ ສ. ກູບາ ຊຶ່ງເປັນວັນທີ່ເພງຊາດກູບາ ໄດ້ຖືກບັນເລງຢ່າງສະຫງ່າຜ່າເຜີຍມື້ທຳອິດ. ດົງບັງ ໄດ້ຮັບນາມມະຍົດເປັນບ້ານວິລະຊົນ ຄຽງຂ້າງກັບບັນດາບ້ານໃນເມືອງ ໄຊທານີ ທີ່ມີຜົນງານອັນພິລະອາດຫານປະກອບສ່ວນໃນພາລະກິດປະຕິວັດຊາດປະຊາທິປະໄຕ, ພາຍຫຼັງປົດປ່ອຍ ເຂດດັ່ງກ່າວ ເຄີຍມີນັກຊ່ຽວຊ່ານ ກູບາ ມາຊ່ວຍເຫຼືອດ້ານກະສິກຳ. ສະຫາຍ ໂຮເຊ ເປັນເປັນສັນຍາລັກທີ່ໂດດເດັ່ນຂອງເຫຼົ່າວິລະຊົນຜູ້ອຸທິດຕົນຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ແນວຄິດ ແລະອຸດົມການຂອງສະຫາຍ ຍັງຝັງເລິກໃນຈິດໃຈຂອງນັກປະຕິວັດກຳມະຊີບຊາວກູບາ ກໍຄືຊາວຜູ້ອອກແຮງງານທົ່ວໂລກ. ໂຮງຮຽນ ມສ. ດົງບັງ ມິດຕະພາບລາວ-ກູບາ ເປັນສັນຍາລັກແຫ່ງບາດກ້າວໃໝ່ໃນການເພີ່ມພູນຄູນສ້າງມູນເຊື້ອສາມັກຄີມິດຕະພາບຖານເພື່ອນມິດຮ່ວມອຸດົມການຂອງປະຊາຊົນສອງຊາດ ລາວ-ກູບາ, ເປັນບ່ອນດຳເນີນກິດຈະກຳ ແລະ ຮຽນຮູ້ກ່ຽວກັບມູນເຊື້ອສາມັກຄີ ແລະ ລັດທິວິລະຊົນ ໃຫ້ແກ່ລູກຫຼານລາວຜູ້ເກີດໃໝ່ໃຫຍ່ລຸນ.