ພິທີມອບ–ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ 12 ບ້ານຂອງເມືອງຮ້ຽມ
ວັນທີ 22 ມີຖຸນາ 2021 ນີ້ ຢູ່ທີ່ສະໂມສອນ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ 12 ບ້ານ ເຂດເທດສະບານເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນວິໄຊ ກົງປະລີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຮ້ຽມ, ມີບັນດາທ່ານຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ກອງບັນຊາການ ປກສ, ປກຊ ເມືອງ, ຄະນະພັກ, ອຳນາດການປົກຄອງບ້ານ, ປະທານແນວລາວສ້າງຊາດ 12 ບ້ານ ເທດສະບານເຂົ້າຮ່ວມ.
ພິທີດັ່ງກ່າວ ທ່ານ ສອນເພັງ ຄຳມະວັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນ 12 ບ້ານມີ: ບ້ານທາດຮ້ຽມ, ເມືອງຮ້ຽມ, ສຳພັນທອງ, ນາທວນ, ນາວຽງ, ແທນຮີ້ງ, ຫ້ວຍສາ, ນາໂພນ, ພຽງໂດນ, ນາປວກ, ນ້ຳສາດ ແລະ ບ້ານພູວຽງ, ເຊິ່ງມີ 905 ຄອບຄົວ, ປະກອບມີ ເຜົ່າລາວ, ເຜົ່າໄຕ, ກຶມມຸ, ມົ້ງ ແລະ ເຜົ່າອີວມຽນ; ແຕ່ລະເຜົ່າມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການທຳມາຫາກິນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍປະຕິບັດໄປຕາມ ມາດຖານຂອງການສ້າງຄອບຄົວ ແລະ ສ້າງບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ ສາມາດປະເມີນຜົນລວມທັງໝົດໄດ້ 92% ເຊິ່ງເຮັດໃຫ້ 12 ບ້ານ ແລະ 905 ຄອບຄົວ ໄດ້ຮັບໃບຢັ້ງຢືນເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ.
ພ້ອມກັນນັ້ນ, ທ່ານ ປອ ບຸນວິໄຊ ກົງປະລີ ໄດ້ໃຫ້ກຽດມອບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ 12 ບ້ານດັ່ງກ່າວ ພ້ອມທັງມີຄຳເຫັນໂອ້ລົມບາງບັນຫາເປັນຕົ້ນ: ໃຫ້ແນວລາວສ້າງຊາດແຕ່ລະຂັ້ນຕ້ອງປັບປຸງທຸກດ້ານໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າການຮ່ວມມືໃນການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສືບຕໍ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ເພື່ອເຮັດໃຫ້ບ້ານ, ເມືອງມີຄວາມສະຫງົບ, ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າໄວ້ໃຫ້ໝັ້ນຄົງຕະຫຼອດໄປ ແລະ ຊຸກຍູ້ປະຊາຊົນພັດທະນາເສດຖະກິດດ້ວຍການປູກຝັງ-ລ້ຽງສັດເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ.