ເນື່ອງໃນໂອກາດເຄື່ອນໄຫວຢ້ຽມ ແລະເຮັວວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ ຂອງ ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ ນຳໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ ພົບປະ ແລະ ແລກປ່ຽນບົດຮຽນ ກັບຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍ ປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ຢູ່ທີ່ສຳນັກງານຫ້ອງວ່າການສູນກາງ ພັກ ສສ ຫວຽດ ນາມ ໃນວັນທີ 26 ເມສາ 2023;
ໂອກາດນີ້, ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນ ບັນດາເນື້ອໃນບົດບັນທຶກການຮ່ວມມື ທີ່ໄດ້ລົງນາມຮ່ວມກັນວັນທີ 29 ມີຖຸນາ 2021 ຊຶ່ງມີເນື້ອໃນ 05 ຂໍ້ທີ່ຈະຕ້ອງປະຕິບັດ ໄລຍະປີ 2021-2025; ທັງສອງຝ່າຍໄດ້ພົວພັນຮ່ວມືມືກັນຢ່າງເປັນປົກກະຕິ ເຊິ່ງສະແດງອອກ ໃນປີ 2022 ທັງສອງຝ່າຍໄດ້ຈັດຫຼາຍກິດຈະກຳເປັນຕົ້ນແມ່ນ ໄດ້ຈັດປາຖະກະຖາເລົ່າມູນເຊື້ອ, ຈັດກິດຈະກໍາ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ, ການຜັດປ່ຽນຄະນະຜູ້ແທນຂັ້ນສູງ ຂອງຕົນ ເພື່ອແລກປ່ຽນບົດຮຽນປະສົບການນໍາກັນ, ການຈັດກອງປະຊຸມທາງໄກ ເພື່ອປຶກສາຫາ ລືການປະຕິບັດວຽກງານຮ່ວມກັນກັນ ແລະ ຝ່າຍຫວຽດນາມ ໄດ້ຊ່ວຍຈັດຝຶກອົບຮົມວຽກງານຂົນ ຂວາຍປະຊາຊົນ ໃຫ້ແກ່ພະນັກງານຫຼັກແຫຼ່ງແນວລາວສ້າງຊາດ; ພ້ອມນີ້, ຄະນະຜູ້ແທນຝ່າຍລາວ ໄດ້ແລກປ່ຽນບົດຮຽນກ່ຽວກັບແນວທາງປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຮັດ, ປະຊາຊົນ ກວດກາ ແລະ ປະຊາຊົນຊົມໃຊ້ໝາກຜົນ, ຄວາມໝາຍ ແລະ ຜົນປະໂຫຍດຂອງຂະບວນການ ແຂ່ງຂັນຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ, ການແບ່ງໜ້າທີ່ຄວາມຮັບຜິດຊອບວຽກງານຂົນ ຂວາປະຊາຊົນ ຂອງແຕ່ລະອົງການຈັດຕັ້ງແຕ່ສູນກາງລົງຮອດທອງຖິ່ນ ຢູ່ ສສ ຫວຽດນາມ ແລະ ຫົວຂໍ້ອື່ນໆ ອີກຈຳນວນໜຶ່ງ; ສຳລັບແຜນວຽກຈຸດສຸມຂອງການຮ່ວມມືຂອງສອງອົງການໃນປີ 2023 ແມ່ນຖືເອົາບົດບັນທຶກຮ່ວມມືເປັນບ່ອນອີງ ແລະເພີ່ມຕື່ມ 3 ຫົວຂໍ້ ທີ່ສອງຝ່າຍໄດ້ປຶກສາຫາລືຮ່ວມກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ;
ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຕໍ່ການແບ່ງປັນບົດຮຽນ ແລະ ປະສົບການອັນມີຊີວິດຊີວາ ທີ່ເປັນປະໂຫຍດຫຼາຍຕໍ່ວຽກງານແນວໂຮມຂອງພວກເຮົາ; ຂໍຖືໂອກາດນີ້ ເຊີນສະຫາຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ພ້ອມຄະນະ ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ຕາມວັນເວລາທີ່ເໝາະສົມ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ທີ່ເປັນມູນ ເຊື້ອ, ຄວາມສາມັກຄີພິເສດທີ່ຫາຍາກ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການພວກເຮົາ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ສວຍສົດງົດງາມຕະຫຼອດ ໄປ.
ພາບ ແລະຂ່າວໂດຍ: ຈິດຕະພົງ ໂພທິລັກ
ໂທ: 020 5456 4982