ການພົບປະສອງຝ່າຍ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາ ເຊິ່ງຝ່າຍລາວນໍາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຝ່າຍກູບານໍາໂດຍ ທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ທີ່ນະຄອນຫລວງວຽງຈັນ ໃນວັນທີ 24 ພຶດສະພາ 2023 ນີ້.
ການພົບປະຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ ແລະ ຄະນະ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ກໍ່ຄືສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍບັນຫາເປັນຕົ້ນ: ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ອົງການພວກເຮົາ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ສືບຕໍ່ປະຕິບັດຂໍ້ຕົກລົງ ລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການປ້ອງກັນການປະຕິບັດກູບາ ທີ່ໄດ້ລົງນາມຮ່ວມກັນປີ 2018 ( 6 ຂໍ້) ໃຫ້ເປັນຮູບປະທໍາຫຼາຍກ່ວາເກົ່າເປັນຕົ້ນ: ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ້ຽມຢາມເຊິ່ງກັນ ແລະ ກັນ, ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕ່າງໆຮ່ວມກັນໃຫ້ຫຼາຍຂຶ້ນ ຊຸກຍູ້ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ກູບາ ຄົບຮອບ 50 ປີ; ການເຜີຍແຜ່ວັດທະນາທໍາຂອງສອງຊາດຢູ່ລາວແລະກູບາ ແລະ ການຮ່ວມມືສອງຝ່າຍ ຊອກຫາຊ່ອງທາງໃນການຊື້ຂາຍ ແລະ ແລກປ່ຽນສິນຄ້າ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ແລະ ຢ້ຽມຢາມ ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດຕື່ມອີກ.
ຂ່າວ-ຮູບ: ສຸກສໍາລານ
ບກ: ພ ບຸບຜາ
