ສູນກາງແນວລາວສ້າງຊາດ

Lao Front For National Development

  ​ພົບ​ປະ​ສອງ​ຝ່າຍ ​ລ​ະ​ຫວ່າງ​ ຄະ​ນະ​ຜູ້​ແທນຂັ້ນສູງ ລາວ-ຫວຽດ​ນາມ

ພິ​ທີ​ພົບ​ປະ​ສອງ​ຝ່າຍ ລະ​ຫວ່າງ​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ນຳ​ໂດຍ ທ່ານ ສິນ​ລະ​ວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍ ທ່ານ ໂດ ວັນ ຈຽນ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ທີ່​ໂຮງ​ແຮມ Melia ນະ​ຄອນຫຼວງ​ຮ່າ​ໂນ້ຍ ສ​ສ​ ຫວຽດ​ນາມ ວັນ​ທີ 25 ເມ​ສາ 2023;

​ການ​ພົບ​ປະ​ຄັ້ງນີ້, ທັງ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ ແລະ​ກັນ ຢ່າງ​ສະ​ໜິດ​ສະ​ໜົມ, ຕີລາຄາສູງຕໍ່ຜົນຂອງການພົວພັນຮ່ວມມື ​ໄລ​ຍະ​ຜ່ານ​ມາໂດ​ຍສະ​ເພາະແມ່ນການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ຜັນ​ຂະ​ຫຍາຍບົດບັນທຶກການຮ່ວມມືຂອງສອງອົງການ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 26 ກໍລະກົດ 2022 ທີ່​ນະ​ຄອນຫຼວງວຽງ​ຈັນ  ເຊິ່ງມີເນື້ອໃນສຳຄັນທີ່ຈະພ້ອມກັນປະຕິບັດ 10 ຂໍ້ ​ທີ່​ຕ້ອງ​ເຮັດ​ຮ່ວມ​ກັນ ໃນໄລຍະປີ 2022-2027; ໃນ​ໄລ​ຍະ 09 ​ເດືອນ​ຜ່ານ​ມາ ສອງ​ອົງ​ການ​ແນວ​ໂຮມສາ​ມາດປະຕິບັດໄດ້ 04 ຂໍ້ແລ້ວ, ຖືວ່າໄດ້ຜັນຂະຫຍາຍໄວສົມຄວນ ແລະຂໍ້ທີ່ປະຕິບັດໄດ້ດີກວ່າໝູ່ແມ່ນການແລກ ປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງອົງການ ແລະສະໜັບສະໜູນໃຫ້ບັນດາກົມ, ວິຊາການຂອງສອງຝ່າຍ ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນນໍາກັນ, ການຈັດພິທີຍ້ອງຍໍ ແລະມອບຫຼຽນໄຊ ຂອງ ພັກ-ລັດ​ຖະ​ບານ ສ​ສ ຫວຽດ​ນາມ ໃຫ້ແກ່ກໍາມະການ ແລະພະນັກງານ​ສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫຼີມສະ ຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ຢ່າງສົມກຽດ, ສຳເລັດການຈັດກອງປະຊຸມເສີມສ້າງຊາຍແດນມິດຕະພາບ ຢູ່ແຂວງສະຫວັນນະເຂດ ແລະ ເຄື່ອນໄຫວກິດຈະກໍາຢູ່ແຂວງຄໍາມ່ວນ ແລະ​ຜົນ​ສຳ​ເລັດ​ອື່ນໆ​ ອີກ​ຈຳ​ນວນ​ໜຶ່ງ; ພ້ອມນີ້, ​ທັງ​ສອງ​ຝ່າຍ ​ ໄດ້ພ້ອມ​ກັນ​ວາງແຜນວຽກຈຸດສຸມຂອງການຮ່ວມມືຂອງສອງອົງການ ໃນປີ 2023; ນອກ​ຈາກນີ້, ໄດ້​ແລກ​ປ່ຽນ​ບົດ​ຮຽນ ທີ່​ຄະ​ນະ​ຜູ້​ແທນ​ຝ່າຍ​ລາວ​ມີ​ຄວາມ​ສົນ​ໃຈ​ເປັນ​ຕົ້ນແມ່ນ ວຽກງານຕິດຕາມ, ກວດກາຂອງອົງການແນວໂຮມ, ບົດຮຽນ ແລະ ປະສົບການໃໝ່ຂອງອົງການແນວໂຮມປະເທດຊາດຫວຽດນາມ ໃນວຽກງານຂົນຂວາຍພີ່ ນ້ອງເຊື້ອຊາດຫວຽດນາມຢູ່ຕ່າງປະເທດ ແລະ ການປຸກລະດົມໃຫ້ຊາວກະສິກອນປະຕິບັດແນວທາງຂອງພັກ ໃນການສ້າງສະຕິເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ;

ໂອ​ກາດນີ້, ທ່ານ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ ​ກ່າວອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດທີ່ຫາຍາກ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ,  ເວົ້າສະເພາະ ແມ່ນສອງອົງການແນວໂຮມພວກເຮົາ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະສວຍສົດງົດງາມຕະຫຼອດໄປ.

info@lfnd.org.la | 021 213754 | (856-21) 453191