ສູນກາງແນວລາວສ້າງຊາດ

Lao Front For National Development

ມອບຜ້າຫົ່ມ ແລະ ມຸ້ງ ໃຫ້ແນວລາວສ້າງຊາດ ເມືອງຫົວເມືອງ ແຂວງຫົວພັນ

ເນື່ອງໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫົວພັນ; ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ນຳເອົາຜ້າຫົ່ມ ແລະ ມຸ້ງ ຈຳນວນໜຶ່ງ ມອບ ໃຫ້ແນວລາວສ້າງຊາດ ເມືອງຫົວເມືອງ ແຂວງຫົວພັນ ເປັນກຽດກ່າວຮັບໂດຍ ທ່ານ ໄຊຈືທໍ່ ມາ ລາສິນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງຫົວເມືອງ ເພື່ອນຳໄປມອບຕໍ່ໃຫ້ ຄອບຄົວປະຊາຊົນທີ່ຍັງທຸກຍາກ ຢູ່ພາຍໃນເມືອງ; ໃນນີ້, ທ່ານປະທານແນວລາວສ້າງຊາດ ເມືອງຫົວ ເມືອງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານຮອງປະທານ ສນຊ, ເຖິງແມ່ນວ່າເຄື່ອງທີ່ມອບ ຄັ້ງນີ້ບໍ່ຫຼາຍ ແຕ່ກໍສະແດງເຖິງຄວາມເປັນເອົາໃຈໃສ່ ແລະ ເປັນຫວ່ງເປັນໄຍ ຂອງບັນດາທ່ານການນຳ  ສນຊ ຕໍ່ກັບການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະຄອບຄົວທີ່ຍັງຂາດເຂີນຢູ່ຊົນນະບົດ ເພື່ອ ຊ່ວຍເຫຼືອບັນເທົາໜາວ; ພິທີ ມອບ-ຮັບ ຈັດຂຶ້ນ ທີ່ຫ້ອງການແນວລາວສ້າງຊາດ ແຂວງຫົວພັນໃນວັນ ທີ 29 ທັນວາ 2020;

info@lfnd.org.la | 021 213754 | (856-21) 453191